ຍີນດີຕ້ອນຮັບສູ່ລະບົບ ASSIST

ທາງອອກຂອງອາຊຽນສຳລັບການລົງທຶນ, ການບໍລິການແລະການຄ້າ (ASSIST) ແມ່ນລະບົບກົນໄກທີ່ບໍ່ຜູກມັດແລະໃຫ້ຄຳປຶກສາສຳລັບການແກ້ໄຂຢ່າງວ່ອງໄວແລະມີປະສິດທິພາບຂອງບັນຫາການດຳເນີນງານທາງທຸລະກິດທີ່ພົບໂດຍວິສາຫະກິດອາຊຽນກ່ຽວກັບບັນຫາຂ້າມເຂດແດນທີ່ຕິດພັນກັບການຈັດຕັ້ງປະຕິບັດສັນຍາເສດຖະກິດອາຊຽນແລະໃນຂອບເຂດຂອງປະຊາຄົມເສດຖະກິດອາຊຽນ (AEC) ທີ່ໄດ້ເປີດຕົວໃນປີ 2015. ລະບົບASSIST ແມ່ນລະບົບທີ່ໃຊ້ຜ່ານທາງອິນເຕີເນັດໄດ້ໂດຍບໍ່ເສຍຄ່າໃດໆ.



ທ່ານເປັນວິສາຫະກິດອາຊຽນທີ່ ກຳລັງປະເຊີນຫນ້າກັບບັນຫາກ່ຽວກັບການຄ້າຂາຍສິນຄ້າຫຼືການຄ້າດ້ານການບໍລິການພາຍໃນພາກພື້ນອາຊຽນບໍ່? ຖ້າແມ່ນ, ທ່ານອາດຈະຍື່ນຄຳຮ້ອງທຸກໃນນາມຂອງທ່ານເອງ,
ໂດຍຜ່ານສະມາຄົມການຄ້າທີ່ອາຊຽນ ຫລືແບບບໍ່ລະບຸຊື່ໂດຍໃຊ້ທະນາຍຄວາມຫລືສຳນັກງານກົດຫມາຍທີ່ລົງທະບຽນໃນອາຊຽ
 
                   

ກົນໄກລະບົບ ASSIST ໄດ້ຖືກສ້າງຕັ້ງຂຶ້ນເພື່ອຈັດຕັ້ງປະຕິບັດການໃຫ້ຄຳປຶກສາໃຫ້ແກ່ອາຊຽນເພື່ອແກ້ໄຂບັນຫາການຄ້າແລະ ການລົງທຶນ (ACT) ທີ່ໄດ້ກຳນົດໄວ້ພາຍໃຕ້ສັນຍາການຄ້າອາຊຽນ (ATIGA) ແລະມັນແມ່ນອີງໃສ່ພື້ນຖານຂອງລະບົບ SOLVIT ຂອງສະຫະພາບເອີຣົບ. ASSIST ໃຫ້ການຢັ້ງຢືນອີກເທື່ອໜຶ່ງກ່ຽວກັບຄຸນລັກສະນະການໃຫ້ທີ່ປຶກສາແລະບໍ່ຜູກມັດຂອງ ACT, ໃນຂະນະທີ່ປັບປຸງໂຄງສ້າງຂອງມັນໃຫ້ທັນສະໄໝແລະເຮັດໃຫ້ກົນໄກປະຕິບັດງານໄດ້ຢ່າງມີປະສິດທິພາບແລະມີປະສິດທິຜົນສູງຂື້ນ. ມັນຍັງສາມາດຂະຫຍາຍໄປເກີນກວ່າການຄ້າຂາຍສິນຄ້າແລະເມື່ອໄດ້ຮັບການປະຕິບັດຢ່າງເຕັມທີ່, ມັນມີຈຸດປະສົງທີ່ຈະອະນຸຍາດໃຫ້ສາມາດແກ້ໄຂບັນຫາທີ່ເກີດຂື້ນໃນການພົວພັນກັບການຄ້າດ້ານການບໍລິການແລະມາດຕະການການລົງທຶນທີ່ກ່ຽວຂ້ອງກັບການຄ້າພາຍໃນປະຊາຄົມເສດຖະກິດອາຊຽນ (AEC) ໄດ້ເປັນຢ່າງດີ.


ASSIST ຈັດການກັບບັນຫາປະເພດໃດແດ່

  • ມາດຕະການກ່ຽວກັບອັດຕາພາສີແລະອາກອນຕ່າງໆທີ່ມີຜົນກະທົບຕໍ່ສິນຄ້າ;
  • ບັນຫາໃນຂົງເຂດການບໍລິການຂ້າມເຂດແດນ; ແລະ
  • ມາດຕະການທີ່ສ້າງຂໍ້ຈຳກັດໃນການລົງທຶນໃນຂະແໜງການຕ່າງໆຂອງການເຊື່ອມໂຍງອາຊຽນ.

ASSIST ບໍ່ໄດ້ຈັດການກັບບັນຫາໃດໜຶ່ງຕໍ່ໄປນີ້:

  • ຂໍ້ຂັດແຍ່ງຂອງພະນັກງານ/ນາຍຈ້າງຫຼືການຮຽກຮ້ອງຕໍ່ການແບ່ງແຍກກີດກັ້ນ;
  • ບັນຫາທີ່ກຳລັງຖືກດຳເນີນຄະດີຫຼືຖືກຟ້ອງໃນສານຕັດສິນແຫ່ງຊາດ;
  • ຄຳຮ້ອງທຸກຕໍ່ບຸກຄົນຫລືບໍລິສັດ;
  • ບັນຫາທີ່ບໍ່ກ່ຽວຂ້ອງກັບການຄ້າ, ການບໍລິການຫຼືການລົງທຶນພາຍໃນອາຊຽນ
  • ສິດທິດ້ານວີຊາແລະທີ່ຢູ່ອາໄສ; ແລະ
  • ການເຄື່ອນໄຫວຂ້າມແດນຜ່ານຂອງເງິນທຶນຫລືການຊຳລະຈ່າຍເງິນ.

ລາຍຊື່ທີ່ໄດ້ກ່າວມາຂ້າງເທິງແມ່ນພຽງແຕ່ເປັນຕົວຊີ້ບອກແລະບໍ່ມີຄວາມລະອຽດອ່ອນໃນລັກສະນະຂອງມັນ ໃນກໍລະນີທີ່ມີຂໍ້ສົງໄສ, ກ່ອນທີ່ຈະຍື່ນຄຳຮ້ອງທຸກ, ກະລຸນາກວດເບິ່ງວ່າການຮ້ອງທຸກຂອງທ່ານຕົກຢູ່ໃນຂອບເຂດຂອງ ASSISTຫລືບໍ່ ໂດຍການຕິດຕໍ່ຫາຜູ້ດູແລລະບົບຂອງ ASSIST.