ຍື່ນເອກະສານຮ້ອງທຸກ

ກະລຸນາຄລິກທີ່ໄອຄອນທີ່ສາມາດເລືອກໄດ້ຕາມຄວາມຕ້ອງການຂອງທ່ານຂ້າງລຸ່ມນີ້ແລະຕື່ມແບບຟອມທີ່ຕ້ອງການເພື່ອໃຫ້ ASSIST ມີຂໍ້ມູນພຽງພໍກ່ຽວກັບບັນຫາການຄ້າທີ່ທ່ານກຳລັງປະສົບຢູ່. ຊ່ອງໃສ່ຂໍ້ມູນທີ່ໝາຍດ້ວຍເຄື່ອງໝາຍ *ແມ່ນຂໍ້ມູນທີ່ຈຳເປັນຕ້ອງໃສ່. ກະລຸນາຮັບຊາບວ່າ, ຖ້າທ່ານຕ້ອງການໃຫ້ປິດບັງຊື່ຂອງທ່ານ, ຄຳຮ້ອງທຸກຂອງທ່ານອາດຈະຖືກຍື່ນໂດຍສະມາຄົມການຄ້າທີ່ອາຊຽນ, ຫຼືໂດຍໜ່ວຍງານທີ່ເປັນຕົວແທນອື່ນໆທີ່ທ່ານເລືອກ, ເຊັ່ນ: ຫ້ອງການການຄ້າ, ສະພາທຸລະກິດ, ສະຫະພັນທຸລະກິດ, ຫຼືທະນາຍຄວາມຫລືສຳນັກງານກົດຫມາຍທີ່ລົງທະບຽນໃນອາຊຽນ. ໃນກໍລະນີນີ້, ໜ່ວຍງານຜູ້ຕາງໜ້າຕ້ອງນຳໃຊ້ເລກທະບຽນທຸລະກິດຂອງຕົນທີ່ໄດ້ມາຈາກອຳນາດການປົກຄອງຂອງອາຊຽນໃນບ່ອນທີ່ເຂົາເຈົ້າດຳເນີນທຸລະກິດ.



                                              

  ບໍ່ປິດບັງຊື່                                                                               ປິດບັງຊື່                                                                               ປິດບັງຊື່


ຄຳຮ້ອງທຸກຂອງທ່ານຈະຖືກດຳເນີນການໂດຍຜູ້ດູແລລະບົບ ASSIST ພາຍໃນ 10 ວັນລັດຖະການສູງສຸດນັບແຕ່ມື້ຍື່ນສະເໜີ. ເພື່ອຍື່ນຄຳຮ້ອງທຸກທີ່ຖືກຕ້ອງ, ທ່ານຕ້ອງກວດສອບການຍື່ນສະເໜີ ຂອງທ່ານໂດຍການຕອບກັບອີເມລອັດຕະໂນມັດທີ່ທ່ານຈະໄດ້ຮັບຈາກ ASSIST ທັນທີຫຼັງຈາກການຍື່ນສະເໜີ. ຖ້າທ່ານບໍ່ໄດ້ຮັບການສື່ສານດັ່ງກ່າວ, ກະລຸນາກວດສອບອີເມລຂອງທ່ານແລະໃຫ້ຍື່ນຄຳຮ້ອງທຸກຄືນໃໝ່.
 
ຜູ້ດູແລລະບົບຂອງ ASSIST ອາດຈະຮ້ອງຂໍໃຫ້ທ່ານຍື່ນຄຳຮ້ອງທຸກຂອງທ່ານອີກເທື່ອຫນື່ງ ຖ້າຫາກຂໍ້ມູນໃດໜຶ່ງບໍ່ຄົບຖ້ວນຫຼືບໍ່ຖືກຕ້ອງ. ເມື່ອຄຳຮ້ອງທຸກຂອງທ່ານໄດ້ຮັບການຍອມຮັບຈາກຜູ້ດູແລລະບົບຂອງ ASSIST, ຈຸດຕິດຕໍ່ປາຍທາງຈະຖືກຮ້ອງຂໍໃຫ້ຕອບ. ຖ້າຄຳຮ້ອງທຸກໄດ້ຮັບການຍອມຮັບຈາກຈຸດຕິດຕໍ່ປາຍທາງ, ທ່ານຈະໄດ້ຮັບການແຈ້ງເຕືອນກ່ຽວກັບຄຳຕອບແລະໃນທີ່ສຸດ, ລວມທັງກ່ຽວກັບການແກ້ໄຂທີ່ໄດ້ສະເໜີໃຫ້ທ່ານ (ຖ້າມີ). ຄຳຮ້ອງທຸກມັກຈະໄດ້ຖືກເອົາໄປສະເຫນີເພື່ອແກ້ໄຂແລະວິທີການແກ້ໄຂທີ່ໄດ້ສະເໜີນັ້ນ ຈະໄດ້ພາຍໃນ 30 ຫາ 50 ວັນລັດຖະການສູງສຸດນັບແຕ່ມື້ຍອມຮັບຄຳຮ້ອງທຸກໂດຍຈຸດຕິດຕໍ່ ປາຍທາງ. 
 
ກົດລະບຽບພິເສດແມ່ນນຳໃຊ້ກັບຄຳຮ້ອງທຸກທີ່ຍື່ນໂດຍທະນາຍຄວາມຫລືສຳນັກງານກົດຫມາຍທີ່ລົງທະບຽນໃນອາຊຽນ. ໂດຍສະເພາະ, ກ່ອນທີ່ຈະຍື່ນຄຳຮ້ອງທຸກຂອງ ASSIST ໃນນາມລູກຄ້າ, ເຊິ່ງຕ້ອງເປັນວິສາຫະກິດອາຊຽນທີ່ໄດ້ຜ່ານການຈົດທະບຽນແລ້ວຢ່າງຖືກຕ້ອງຕາມກົດໝາຍຂອງໜຶ່ງໃນ 10 ປະເທດສະມາຊິກອາຊຽນ, ທະນາຍຄວາມຫລືສຳນັກງານກົດຫມາຍອາຊຽນ (ເຊັ່ນ: ທະນາຍຄວາມຫລືສຳນັກງານກົດຫມາຍທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງໃນການປະຕິບັດກົດໝາຍໃນປະເທດສະມາຊິກອາຊຽນ (ບ່ອນທີ່ລູກຄ້າຕັ້ງຢູ່ຫຼືກັບຄຳຮ້ອງທຸກທີ່ຍື່ນເພື່ອຮ້ອງຟ້ອງ) ຕ້ອງຕິດຕໍ່ກັບກອງເລຂາອາຊຽນແລະໃຫ້ຂໍ້ມູນທີ່ຈຳເປັນກ່ຽວກັບການລົງທະບຽນວິຊາຊີບຂອງຕົນແລະສຳລັບລູກຄ້າໃນນາມທີ່ຄຳຮ້ອງທຸກທີ່ຕ້ອງການບໍ່ລະບຸຊື່. ເພື່ອທີ່ຈະເຮັດໄດ້ແນວນັ້ນ, ກະລຸນາດາວໂຫລດແບບຟອມທີ່ຈຳເປັນແລະສົ່ງໃຫ້ກອງເລຂາອາຊຽນຕາມທີ່ໄດ້ກຳນົດໄວ້ໃນແບບຟອມໄວ້ແລ້ວ.