ການດຳເນີນການ & ການສອນນໍາໃຊ້

ເພື່ອໃຫ້ຜູ້ໃຊ້ໄດ້ມີຄວາມຄຸ້ນເຄີຍກັບກົນໄກຂັ້ນຕອນຂອງລະບົບ ASSIST, ຈື່ງໄດ້ມີການແນະນຳການສອນໃນການໃຊ້ເວັບໄຊທ໌ເຊິ່ງມີຢູ່ 5 ຢ່າງແລະສາມາດດາວໂລດຄູ່ມືການສອນໄດ້ໂດຍຄລິກທີ່ໄອຄອນດ້ານລຸ່ມ.

ບົດແນະນຳກ່ຽວຂ້ອງກັບສະຖານະການທີ່ຫລາກຫຼາຍທີ່ສາມາດຊ່ວຍໃຫ້ຜູ້ຊົມໃຊ້ເຂົ້າໃຈເຖິງຂະບວນການຂັ້ນຕອນຂອງລະບົບ ASSIST ແລະບົດບາດຂອງຜູ້ປະຕິບັດງານຫຼັກທີ່ຕ່າງກັນ.
 

ສະຖານະການນີ້ແມ່ນຂອງການຮ້ອງທຸກທີ່ຖືກປະຕິເສດໂດຍຜູ້ດູແລລະບົບຂອງ ASSIST ເນື່ອງຈາກວ່າມັນບໍ່ໄດ້ຖືກຍື່ນໂດຍຜູ້ຮ້ອງທຸກ (ວິສາຫະກິດອາຊຽນ) ຢ່າງຖືກຕ້ອງເນື່ອງຈາກມັນເປັນບັນຫາສ່ວນຕົວຂອງບຸກຄົນແທນທີ່ຈະແມ່ນບັນຫາຂອງບໍລິສັດ
ສະຖານະການນີ້ແມ່ນການຮ້ອງທຸກທີ່ກ່ຽວຂ້ອງກັບການຄ້າຂາຍສິນຄ້າທີ່ໄດ້ຮັບການຍອມຮັບຈາກຜູ້ດູແລລະບົບຂອງ ASSIST ວ່າໄດ້ຍື່ນຢ່າງຖືກຕ້ອງໂດຍສະມາຄົມການຄ້າໃນນາມຂອງຜູ້ຮ້ອງທຸກ (ວິສາຫະກິດອາຊຽນ), ແຕ່ຖືກປະຕິເສດໂດຍ ປະເທດປາຍທາງ/ຈຸດຕິດຕໍ່ປາຍທາງ.
ສະຖານະການນີ້ແມ່ນຄຳຮ້ອງທຸກທີ່ກ່ຽວຂ້ອງກັບການຄ້າຂາຍສິນຄ້າທີ່ໄດ້ຮັບການຍອມຮັບຈາກຜູ້ດູແລລະບົບຂອງ ASSIST ວ່າໄດ້ຍື່ນໃຫ້ຢ່າງຖືກຕ້ອງໂດຍບໍລິສັດກົດໝາຍໃນນາມຜູ້ຮ້ອງທຸກ (ວິສາຫະກິດອາຊຽນ) ແລະຍັງໄດ້ຮັບການຍອມຮັບຈາກປະເທດປາຍທາງ/ຈຸດຈຸດຕິດຕໍ່ປາຍທາງ ທີ່ເປັນບັນຫາທີ່ມີຄວາມເຕັມໃຈທີ່ຈະມີສ່ວນກ່ຽວຂ້ອງກັບວິສາຫະກິດອາຊຽນ, ພົວພັນກັບອົງການທີ່ກ່ຽວຂ້ອງພາຍໃນແລະໃຫ້ວິທີແກ້ໄຂໃຫ້ແກ່ວິສາຫະກິດອາຊຽນໂດຍຜ່ານລະບົບ ASSIST ແລະວິທີການນັ້ນ ວິສາຫະກິດອາຊຽນກໍ່ຍິນດີຍອມຮັບ.
ສະຖານະການນີ້ແມ່ນຄຳຮ້ອງທຸກທີ່ກ່ຽວຂ້ອງກັບການຄ້າດ້ານການບໍລິການ (ຮູບແບບທີ່ 1 ຫລືການຄ້າດ້ານການບໍລິການຂ້າມເຂດແດນ) ທີ່ໄດ້ຮັບການຍອມຮັບຈາກ CA ຂອງ ASSIST ວ່າມີການຍື່ນຄຳຮ້ອງທຸກຢ່າງຖືກຕ້ອງໂດຍຜູ້ຮ້ອງທຸກ (ວິສາຫະກິດອາຊຽນ) ແລະຍັງໄດ້ຮັບການຍອມຮັບຈາກ ປະເທດປາຍທາງ /ຈຸດຕິດຕໍ່ປາຍທາງເຊັ່ນດຽວກັນ ທີ່ເປັນບັນຫາທີ່ມີຄວາມເຕັມໃຈທີ່ຈະມີສ່ວນກ່ຽວຂ້ອງກັບວິສາຫະກິດອາຊຽນ, ພົວພັນກັບອົງການທີ່ກ່ຽວຂ້ອງພາຍໃນແລະໃຫ້ວິທີແກ້ໄຂໃຫ້ແກ່ວິສາຫະກິດອາຊຽນໂດຍຜ່ານລະບົບ ASSIST ແລະວິທີການນັ້ນ ວິສາຫະກິດອາຊຽນກໍ່ຍິນດີຍອມຮັບ.
ສະຖານະການນີ້ແມ່ນຄຳຮ້ອງທຸກທີ່ກ່ຽວຂ້ອງກັບການຄ້າດ້ານການບໍລິການ (ຮູບແບບ 3 ຫລືການຈັດຕັ້ງທຸລະກິດເພື່ອໃຫ້ບໍລິການ) ທີ່ໄດ້ຮັບການຍອມຮັບຈາກຜູ້ດູແລລະບົບຂອງ ASSIST ວ່າໄດ້ຖືກຍື່ນຢ່າງຖືກຕ້ອງຈາກຜູ້ຮ້ອງທຸກ (ວິສາຫະກິດອາຊຽນ), ເຊິ່ງເປັນບໍລິສັດແມ່ໃນປະເທດສະມາຊິກອາຊຽນອື່ນຂອງບໍລິສັດຍ່ອຍຂອງຕົນບ່ອນທີ່ປະເທດສະມາຊິກອາຊຽນ ຫຼືປະເທດປາຍທາງ/ຈຸດຕິດຕໍ່ປາຍທາງທີ່ຕັ້ງຢູ່ແລະເປັນຜູ້ທີ່ມີບັນຫາຫລືຮ້ອງທຸກ, ແຕ່ກໍ່ຖືກປະຕິເສດຈາກຈຸດຕິດຕໍ່ປາຍທາງ.
 

ແຜນຜັງຂັ້ນຕອນດຳເນີນການທີ່ໄດ້ດັ່ງຕໍ່ໄປນີ້ໄດ້ໃຫ້ບົດສະຫຼຸບສັງລວມຂອງຂັ້ນຕອນດຳເນີນການຂອງລະບົບ ASSIST. ຄຳຫຍໍ້ດັ່ງຕໍ່ໄປນີ້ສາມາດໃຊ້ໄດ້ດັ່ງນີ້:
 
AE:      ວິສາຫະກິດອາຊຽນ
CA:      ຜູ້ດູແລລະບົບ
DCP:   ອົງການກ່ຽວຂ້ອງທີ່ຮັບຜິດຊອບ
HCP:   ຈຸດຕິດຕໍ່ຕົ້ນທາງ
RA:      ອົງການກ່ຽວຂ້ອງທີ່ຮັບຜິດຊອບ
flow assist