ຄຳຖາມທີ່ຖືກຖາມເລື້ອຍໆ (FAQs) ກ່ຽວກັບ ASSIST

1. ຄຳຖາມທົ່ວໄປກ່ຽວກັບ ASSIST   
1.1 ຄຳຖາມທົ່ວໄປກ່ຽວກັບ ASSIST? 
1.2 ເປັນຫຍັງ ASSIST ໃນປະຈຸບັນນີ້ມີພຽງແຕ່ຄຳຮ້ອງທຸກທີ່ກ່ຽວຂ້ອງກັບການຄ້າຂາຍສິນຄ້າແລະການຄ້າການບໍລິການຂ້າມເຂດແດນພາຍໃນອາຊຽນເທົ່ານັ້ນ? ເມື່ອໃດທີ່ມັນຈະມີເນື້ອໃນຂອງບັນຫາການລົງທຶນເຂົ້າມາເພິ້ມຕື່ມ? 
1.3 ຄວາມໝາຍວ່າແນວໃດທີ່ບອກວ່າ ASSIST ບໍ່ມີຂໍ້ຜູກມັດ? 
1.4.ເປັນຫຍັງ ASSIST ຈຶ່ງມີລັກສະນະໃຫ້ຄຳປຶກສາ?
1.5 ຂໍ້ມູນປະເພດໃດແດ່ທີ່ຈະຖືກວາງລົງໃນໜ້າເວັບທີ່ກ່ຽວກັບເວທີປຶກສາຫາລືຂອງເວບໄຊທ໌ ASSIST? 
1.6 ຄຳຮ້ອງທຸກຈະຍັງເກັບໄວ້ເປັນຄວາມລັບຢຸ່ບໍ່? ມີໃຜແດ່ທີ່ເຂົ້າເຖິງຂໍ້ມູນທີ່ຜູ້ຮ້ອງທຸກສະເໜີໃນຄຳຮ້ອງທຸກຫຼືໂດຍລັດຖະບານອາຊຽນເຊິ່ງເປັນສ່ວນໜຶ່ງຂອງການແກ້ໄຂທີ່ຖືກສະເໜີ?
1.7 ຂໍ້ມູນໃດແດ່ທີ່ຖືກແລກປ່ຽນຜ່ານ ASSIST ແລ້ວຕໍ່ມາກໍ່ສາມາດນຳເອົາໄປໃຊ້ໃນສານກົດໝາຍເພື່ອຈຸດປະສົງໃນການດຳເນີນຄະດີພາຍໃນປະເທດຫຼືການແກ້ໄຂຂໍ້ຂັດແຍ່ງລະຫວ່າງປະເທດ (ຫມາຍເຖິງ WTO ແລະ / ຫຼືອາຊຽນ)?
 
2. ຂອບເຂດຂອງ ASSIST  
2.1 ວິສາຫະກິດອາຊຽນສາມາດຮ້ອງທຸກຕໍ່ລັດຖະບານຂອງປະເທດຕົນໄດ້ບໍ?  
2.2 ສາມາດໃຊ້ ASSIST ເພື່ອການຮ້ອງທຸກຕໍ່ລັດຖະບານຂອງປະເທດທີ່ຢູ່ນອກອາຊຽນໄດ້ບໍ່ (ເຊັ່ນ: ອົດສະຕາລີ, ຈີນ, ອີຢູ, ຍີ່ປຸ່ນ, ເກົາຫຼີ, ສະຫະລັດແລະອື່ນໆ)?2.3 ຜູ້ຮ້ອງທຸກສາມາດຍື່ນຄຳຮ້ອງທຸກທີ່ກ່ຽວຂ້ອງກັບມາດຕະການທີ່ມີຢູ່ແລ້ວຕໍ່ໜ້າສານແຫ່ງຊາດໃນການດຳເນີນຄະດີພາຍໃນປະເທດ, ຫຼືວ່າແມ່ນຈຸດປະສົງຂອງການຕັດສິນຄະດີທີ່ກຳລັງດຳເນີນຢູ່ ຫຼືວ່າລັດຖະບານຂອງຕົນຢູ່ພາຍໃນ WTO ຫຼືອາຊຽນພາຍໃຕ້ກົນໄກການແກ້ໄຂຂໍ້ຂັດແຍ່ງທີ່ກ່ຽວຂ້ອງ?

3. ກ່ອນທີ່ຈະຍື່ນຄຳຮ້ອງທຸກ
3.2.ຖ້າຜູ້ຮ້ອງທຸກບໍ່ເຂົ້າໃຈຂໍ້ຕົກລົງອາຊຽນທີ່ກ່ຽວຂ້ອງຢ່າງເຕັມສ່ວນຫຼືຕ້ອງການຄຳແນະນຳກ່ອນທີ່ຈະຍື່ນ ຄຳ ຮ້ອງທຸກນັ້ນ, ມີແຫລ່ງຂໍ້ມູນໃດແດ່ທີ່ສາມາດຊອກຫາອ່ານໄດ້ເພື່ອໃຫ້ໄດ້ຄຳແນະນຳ?
3.3.ຖ້າຄຳຮ້ອງທຸກດັ່ງກ່າວແມ່ນວິສາຫະກິດຂະໜາດນ້ອຍ, ຂະໜາດກາງ (MSME), ວິທີໃດດີທີ່ສຸດທີ່ຈະຊອກຫາການສະໜັບສະໜູນເມື່ອຍື່ນຄຳຮ້ອງທຸກໃຫ້ກັບ ASSIST?
3.4. ຜູ້ຮ້ອງຮຽນສາມາດແນ່ໃຈໄດ້ແນວໃດວ່າ ປະເດັນທີ່ສົ່ງຜົນກະທົບຕໍ່ກິດຈະການທຸລະກິດຂອງມັນແມ່ນຕົກຢູ່ໃນຂອບເຂດຂອງ ASSIST?
3.5. ເປັນຫຍັງມັນຈຶ່ງເປັນເລື່ອງສຳຄັນທີ່ຈະໃຫ້ບັນຫາທີ່ຈະຍື່ນນັ້ນ ມີຄວາມລະອຽດແລະສາມາດພິສູດໄດ້ໃຫ້ດີກ່ອນທີ່ຈະຍື່ນຄຳຮ້ອງທຸກກ່ຽວກັບ ASSIST?
 
4. Lodging a complaint
4.1 ຜູ້ຮ້ອງທຸກຈຳເປັນຕ້ອງໄດ້ລົງທະບຽນລ່ວງໜ້າກ່ອນຫລືບໍ່ ເພື່ອສະແດງໃຫ້ເຫັນວ່າບໍລິສັດຂອງລາວແມ່ນກຸ່ມວິສາຫະກິດຫຼືສະມາຄົມການຄ້າທີ່ຢູ່ໃນອາຊຽນຫຼືກຳລັງລົງທະບຽນອັດຕະໂນມັດເມື່ອຍື່ນຄຳຮ້ອງທຸກ?
4.2. ຜູ້ຮ້ອງຮຽນຈຳເປັນຕ້ອງຕື່ມແບບຟອມຄຳຮ້ອງທຸກທາງອິນເຕີເນັດແລະລົງທະບຽນທຸກໆຄັ້ງບໍ່ທີ່ລາວຕ້ອງການຮ້ອງທຸກຫຼືລາວສາມາດຍື່ນຄຳຮ້ອງທຸກຫຼາຍຄັ້ງດ້ວຍແບບຟອມດຽວເທົ່ານັ້ນ?
4.3.ຜູ້ຮ້ອງຮຽນຈຳເປັນຕ້ອງລົງທະບຽນເປັນວິສາຫະກິດອາຊຽນຢູ່ທີ່ສຳນັກງານທະບຽນກາງຫລືບໍ່? 
4.4.ການເປັນສະມາຊິກວິສາຫະກິດອາຊຽນ (ໝາຍ ເຖິງບໍລິສັດຫລືສະມາຄົມການຄ້າ) ທີ່ໄດ້ລົງທະບຽນຢ່າງຖືກຕ້ອງຕາມກົດໝາຍໃນໜຶ່ງໃນ 10 ປະເທດສະມາຊິກອາຊຽນແມ່ນຫມາຍຄວາມວ່າແນວໃດ?
4.5.tຖ້າຜູ້ຮ້ອງຮຽນແມ່ນຫ້ອງການອາຊຽນທີ່ໄດ້ທຳການຈົດທະບຽນຖືກຕ້ອງຕາມກົດໝາຍແລ້ວ (ເຊັ່ນວ່າ: ສາຂາບໍລິສັດ, ບໍລິສັດຍ່ອຍ, ຫ້ອງການຜູ້ຕາງໜ້າ, ໂຮງຈັກໂຮງງານ, ສູນຈຳໜ່າຍ, ແລະອື່ນໆ) ຂອງບໍລິສັດຫລາຍໆປະເທດຈາກປະເທດນອກອາຊຽນ, ບໍ່ຮູ້ວ່າຈະສາມາດຍື່ນຄຳຮ້ອງທຸກດັ່ງກ່າວໄດ້ໂດຍ "ສຳນັກງານໃຫຍ່" ຂອງຜູ້ຮ້ອງຮຽນຕັ້ງຢູ່ໃນປະເທດທີ່ບໍ່ແມ່ນອາຊຽນນັ້ນໄດ້ຫລືບໍ່?
4.6.ຄຳຮ້ອງທຸກນັ້ນສາມາດຍື່ນໄດ້ໂດຍທີ່ປຶກສາ, ທະນາຍຄວາມຫຼືທີ່ປຶກສາໃນນາມຂອງວິສາຫະກິດອາຊຽນໄດ້ຫລືບໍ? ຖ້າຫາກຍື່ນໄດ້, ເລກທະບຽນທຸລະກິດໃດແລະຫຼັກຖານການລົງທະບຽນໃດແດ່ທີ່ຄວນຈະນຳໄປສະແດງໃຫ້ເບິ່ງ?
4.7. ການຍື່ນຄຳຮ້ອງທຸກນີ້ສາມາດຍື່ນໃຫ້ກັບ ASSIST ໃນນາມສ່ວນບຸກຄົນໄດ້ຫລືບໍ່?
4.8. ຜູ້ຮ້ອງທຸກສາມາດຍື່ນຄຳຮ້ອງທຸກໂດຍບໍ່ອອກຊື່ແລະທັງໂດຍບໍ່ໃຊ້ຊື່ບໍລິສັດຂອງລາວໄດ້ຫລືບໍ່? ຖ້າເປັນດັ່ງນັ້ນ, ຈະມີວິທີທາງເລືອກອື່ນໃດທີ່ຈະສາມາດເຮັດແນວນັ້ນ?
4.9. ເປັນຫຍັງແລະໃນເວລາໃດທີ່ຜູ້ຮ້ອງທຸກຫຼືຜູ້ຮ້ອງທຸກຫຼາຍຄົນຄວນພິຈາລະນາຍື່ນຄຳຮ້ອງທຸກຜ່ານສະມາຄົມການຄ້າອາຊຽນຫຼືສະພາການຄ້າ, ສະພາທຸລະກິດຫຼືສະຫະພັນທຸລະກິດ?
4.10. ຜູ້ຮ້ອງທຸກສາມາດອັບໂຫລດເອກະສານໃດໆກໍ່ໄດ້ບໍ່ (ເຊັ່ນ: ກົດໝາຍ, ການຕິດຕໍ່ພົວພັນກັບເຈົ້າໜ້າທີ່, ໃບອະນຸຍາດ, ຫຼັກຖານທີ່ເປັນຮູບຖ່າຍ, ບົດບັນທຶກທາງດ້ານກົດໝາຍ ແລະອື່ນໆ) ເມື່ອຍື່ນຄຳຮ້ອງທຸກ?
4.11. ຮ່າງຄຳຮ້ອງທຸກທີ່ຂຽນບໍ່ທັນແລ້ວນັ້ນສາມາດເກັບໄດ້ໃນເວບໄຊທ໌ຂອງ ASSIST (ເຊັ່ນ, ແບບຟອມການຮ້ອງຮຽນທາງອິນເຕີເນັດ) ໄດ້ຫລືບໍ່ ເພື່ອວ່າຈະເຮັດໃຫ້ສຳເລັດໃນພາຍຫລັງ?
4.12. ເຮົາສາມາດຍື່ນຄຳຮ້ອງທຸກເລື່ອງຫນື່ງເລື່ອງດຽວໃຫ້ກັບຫຼາຍໆປະເທດສະມາຊິກອາຊຽນພ້ອມໆກັນໄດ້ບໍ່ ຖ້າຫາກມີບັນຫາການຄ້າແບບດຽວກັນຢູ່ໃນຫຼາຍປະເທດເຫລົ່ານັ້ນ? 
4.13. ຜູ້ຮ້ອງຮຽນຈຳເປັນຕ້ອງສົ່ງສຳເນົາຄຳຮ້ອງທຸກຂອງຕົນຕໍ່ຜູ້ກ່ຽວຂ້ອງອື່ນໆພາຍໃຕ້ ASSIST ບໍ?
4.14. ຄຳຮ້ອງທຸກສາມາດຍື່ນໄດ້ໃນພາສາອື່ນນອກເໜືອໄປຈາກພາສາອັງກິດໄດ້ຫລືບໍ? ຖ້າບໍ່ໄດ້, ຢ່າງໜ້ອຍກໍ່ຂໍໃຫ້ມີຂໍ້ມູນຄວາມຈິງແລະກົດໝາຍທີ່ສະໜັບສະໜູນ (ຕົວຢ່າງ: ຫຼັກຖານການລົງທະບຽນຂອງບໍລິສັດຫຼື ສຳເນົາກົດໝາຍແຫ່ງຊາດ) ນັ້ນສາມາດເປັນພາສາແມ່ຂອງຜູ້ຮ້ອງທຸກຫລືຂອງປະເທດທີ່ມີບັນຫາການຄ້າເກີດຂື້ນ ຈະໄດ້ຫລືບໍ່? 

5. ເມື່ອຄຳຮ້ອງທຸກໄດ້ຖືກຍື່ນແລ້ວ
5.1.ຜູ້ຮ້ອງທຸກຄວນເຮັດແນວໃດຖ້າຫາກວ່າ ລາວລືມຫລືເຮັດລະຫັດຕິດຕາມແລະອີເມລທີ່ໃຊ້ເພື່ອຍື່ນຄຳຮ້ອງທຸກນັ້ນເສັຍ?
5.2.ຈະມີຫຍັງເກີດຂື້ນກັບຄຳຮ້ອງທຸກຖ້າຫາກວ່າມັນໄດ້ຖືກປະຕິເສດໂດຍຜູ້ດູແລລະບົບ (CA) ຫຼືຈຸດຕິດຕໍ່ປາຍທາງ (DCP)?
5.3. ຜູ້ດູແລລະບົບຫຼືຈຸດຕິດຕໍ່ປາຍທາງນັ້ນ ສາມາດຂໍຂໍ້ມູນເພີ່ມເຕີມຈາກຜູ້ຮ້ອງຮຽນ (ວິສາຫະກິດອາຊຽນ)ໄດ້ບໍ່?  
5.4. ຜູ້ຮ້ອງທຸກສາມາດໃຫ້ຂໍ້ມູນເພີ່ມເຕີມໄດ້ໂດຍສະໝັກໃຈຫລືບໍ່? ຖ້າເປັນດັ່ງນັ້ນ, ຈະມີຂັ້ນຕອນໃດແດ່ທີ່ຈະຕ້ອງໄດ້ປະຕິບັດຕາມ?
5.5. ຄຳຮ້ອງທຸກສາມາດຖອນຄືນໄດ້ຫລືບໍ່ ເມື່ອຜູ້ຮ້ອງທຸກໄດ້ຍື່ນຄຳຮ້ອງທຸກໄປແລ້ວ? ຖ້າເປັນດັ່ງນັ້ນ, ຈະມີຂັ້ນຕອນໃດແດ່ທີ່ຈະຕ້ອງໄດ້ປະຕິບັດຕາມ?
5.6 ວິສາຫະກິດອາຊຽນສາມາດຕິດຕໍ່ໂດຍກົງກັບຈຸດເຊື່ອມຕໍ່ປາຍທາງຫລືກັບເຈົ້າໜ້າທີ່ທີ່ຮັບຜິດຊອບຫລືບໍ່?
5.7 ຈຸດຕິດຕໍ່ປາຍທາງສາມາດຮ້ອງຂໍການຕໍ່ເວລາສູງສຸດ 20 ວັນນັ້ນ ໄດ້ສູງສຸດທັງຫມົດຈັກເທືອເທົ່າໃດ?
5.8 ຜູ້ຮ້ອງທຸກຈະຄວນເຮັດແນວໃດຖ້າລາວບໍ່ໄດ້ຮັບຄຳຕອບຈາກ ASSIST ພາຍໃນ 30 ຫາ 50 ວັນລັດຖະການ (ເຊັ່ນວ່າ 6-10 ອາທິດຕາມປະຕິທິນ) ຈາກວັນທີ່ຈຸດຕິດຕໍ່ປາຍທາງໄດ້ຮັບເອົາຄໍາຮ້ອງທຸກໄປແລ້ວ?

6. ການໃຫ້ວິທີການແກ້ໄຂ
6.1 ຜູ້ຮ້ອງທຸກສາມາດເຮັດຫຍັງໄດ້ຖ້າລາວບໍ່ໄດ້ຮັບການແກ້ໄຂຕໍ່ຄຳຮ້ອງທຸກຂອງລາວ?
6.2 ເຮັດຫຍັງໄດ້ຖ້າວ່າລາວບໍ່ມີຄວາມພໍໃຈກັບການແກ້ໄຂຕໍ່ຄຳຮ້ອງທຸກຂອງລາວ?
6.3 ເຮັດຫຍັງໄດ້ຖ້າວ່າລາວບໍ່ມີຄວາມພໍໃຈກັບການແກ້ໄຂຕໍ່ຄຳຮ້ອງທຸກຂອງລາວ?ຜູ້ຮ້ອງທຸກສາມາດຍື່ນອຸທອນຕໍ່ການດຳເນີນຄະດີທີ່ບໍ່ໄດ້ແກ້ໄຂບັນຫາຫລືອີກຢ່າງຫນື່ງເຖິງຖ້າຫາກວ່າໄດ້ແກ້ໄຂໃຫ້ໄປແລ້ວແຕ່ລາວຍັງບໍ່ເພິ່ງພໍໃຈເທື່ອນັ້ນ ໄດ້ຫລືບໍ່?6.4. ຜູ້ຮ້ອງທຸກສາມາດຍື່ນຄຳຮ້ອງທຸກແບບດຽວກັນອີກເທື່ອຫນື່ງໄດ້ຫລືບໍ່ ຖ້າຫາກລາວບໍ່ໄດ້ຮັບຄຳຕອບຫລືເຖິງຖ້າວ່າລາວໄດ້ຮັບການແກ້ໄຂແລ້ວ ແຕ່ມັນກໍ່ຍັງບໍ່ໄດ້ເປັນທີ່ໜ້າພໍໃຈເທື່ອ?
 


1. ຄຳຖາມທົ່ວໄປກ່ຽວກັບ ASSIST

1.1 ມີຄ່າບໍລິການຫຼືຄ່າທຳນຽມໃດໆບໍ່ສຳລັບການນຳໃຊ້ ASSIST ?

ບໍ່ມີ, ASSIST ສາມາດໃຊ້ໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ. ບໍ່ມີຄ່າໃຊ້ຈ່າຍໃດໆ, ບໍ່ມີຄ່າທຳນຽມແລະບໍ່ມີຄ່າລົງທະບຽນຫລືຄ່າຍື່ນສະເໜີ

1.2 ເປັນຫຍັງ ASSIST ໃນປະຈຸບັນນີ້ມີພຽງແຕ່ຄຳຮ້ອງທຸກທີ່ກ່ຽວຂ້ອງກັບການຄ້າຂາຍສິນຄ້າແລະການຄ້າການບໍລິການຂ້າມເຂດແດນພາຍໃນອາຊຽນເທົ່ານັ້ນ? ເມື່ອໃດທີ່ມັນຈະມີເນື້ອໃນຂອງບັນຫາການລົງທຶນເຂົ້າມາເພິ້ມຕື່ມ? 
ASSIST ໄດ້ມີການຮັບເອົາບັນຫາກ່ຽວຂ້ອງກັບການຄ້າຂາຍສິນຄ້າມາຕັ້ງແຕ່ເດືອນສິງຫາປີ 2016 ແລະ ສຳລັບປະເດັນຕ່າງໆທີ່ເກີດຂື້ນກ່ຽວກັບການຄ້າການບໍລິການຂ້າເຂດແດນອາຊຽນນັບແຕ່ວັນທີ 1 ພຶດສະພາ 2019. ASSIST ອາດຈະຖືກຂະຫຍາຍເພື່ອເພິ້ມໄປສູ່ບັນຫາການລົງທຶນໃນປີ 2020.

1.3 ມີຄວາມໝາຍວ່າແນວໃດທີ່ບອກວ່າ ASSIST ບໍ່ມີຂໍ້ຜູກມັດ? 
ບໍ່ມີຂໍ້ຜູກມັດໝາຍຄວາມວ່າປະເທດສະມາຊິກອາຊຽນອາດຈະຕັດສິນໃຈທີ່ຈະບໍ່ຍອມຮັບຄຳຮ້ອງທຸກຫຼືຄຳສະເໜີວິທີແກ້ໄຂເມື່ອຄຳຮ້ອງທຸກໄດ້ຍື່ນລົງໃນລະບົບ ASSIST. ເຖິງແມ່ນວ່າ ASSIST ບໍ່ມີຂໍ້ຜູກມັດ, ບັນດາປະເທດສະມາຊິກອາຊຽນກໍ່ຈະຈັດການກັບການຮ້ອງທຸກບົນພື້ນຖານຄວາມພະຍາຍາມທີ່ດີທີ່ສຸດ. 
   
1.4. ເປັນຫຍັງ ASSIST ຈຶ່ງມີລັກສະນະໃຫ້ຄຳປຶກສາ? 
ກໍ່ຍ້ອນວ່າ ASSIST ບໍ່ແມ່ນລະບົບຕຸລາການທີ່ຖືກເປີດເຜີຍຕໍ່ໜ້າສານປະຊາຊົນລະດັບຊາດຫລືສາກົນແລະມັນບໍ່ໄດ້ຖືກຄຸ້ມຄອງແລະຕັດສິນໂດຍຜູ້ພິພາກສາອິດສະຫຼະ, ຜູ້ຕັດສິນ, ຜູ້ໄກ່ເກ່ຍ, ຄະນະຜູ້ຊ່ຽວຊານຫລືອົງການພິພາກສາຂັ້ນສາມ. ມັນມີແຕ່ເປີດເຜີຍຜ່ານການປຶກສາຫາລືທາງລະບົບອິນເຕີເນັດໂດຍກົງຜ່ານລະບົບຊອບແວຂອງ ASSIST ລະຫວ່າງວິສາຫະກິດອາຊຽນ (ບໍລິສັດຫຼືສະມາຄົມການຄ້າ/ສະພາການຄ້າ) ແລະລັດຖະບານອາຊຽນເທົ່ານັ້ນ.

 1.5. ຂໍ້ມູນປະເພດໃດແດ່ທີ່ຈະຖືກວາງລົງໃນໜ້າເວັບທີ່ກ່ຽວກັບເວທີປຶກສາຫາລືຂອງເວບໄຊທ໌ ASSIST ? 
ເມື່ອເວລາໄດ້ຜ່ານໄປໄລຍະຫນື່ງ, ເວທີປາໄສສາທາລະນະຈະໃຫ້ຂໍ້ມູນທີ່ສາມາດເປັນປະໂຫຍດແກ່ວິສາຫະກິດອາຊຽນທີ່ກຳລັງຊອກຫາວິທີການແກ້ໄຂທາງທຸລະກິດໃນຂະນະທີ່ກຳລັງດຳເນີນທຸລະກິດຢູ່ໃນພາກພື້ນ. ຂໍ້ມູນດັ່ງກ່າວຈະປະກອບມີເລື່ອງທີ່ມີບັນຫາຕ່າງທີ່ຜ່ານມາແຕ່ກໍ່ປະສົບຜົນສຳເລັດໃນການແກ້ໄຂມາເລົ່າໃຫ້ຟັງ, ການສຶກສາກໍລະນີແລະຄູ່ມືຕ່າງໆເພື່ອຊ່ວຍໃຫ້ບັນດາທຸລະກິດສາມາດເຂົ້າໃຈຂໍ້ຕົກລົງຂອງອາຊຽນໄດ້ດີຂື້ນ. ເວທີປຶກສາຫາລືຍັງຈະຊຸກຍູ້ໃຫ້ທຸລະກິດໄດ້ມີການແລກປ່ຽນປະສົບການແລະບົດຮຽນທີ່ເປັນປະໂຫຍດໃນການຊອກຫາວິທີແກ້ໄຂໃນອາຊຽນ. ໃນທີ່ນີ້ ຈະບໍ່ມີຂໍ້ມູນທີ່ເປັນ ຄວາມລັບໃດໆທີ່ຈະຖືກເກັບໄວ້ໃນເວທີສົນທະນາ. 

1.6. ຄຳຮ້ອງທຸກຈະຍັງເກັບໄວ້ເປັນຄວາມລັບຢຸ່ບໍ່? ມີໃຜແດ່ທີ່ເຂົ້າເຖິງຂໍ້ມູນທີ່ຜູ້ຮ້ອງທຸກສະເໜີໃນຄຳຮ້ອງທຸກຫຼືໂດຍລັດຖະບານອາຊຽນເຊິ່ງເປັນສ່ວນໜຶ່ງຂອງການແກ້ໄຂທີ່ຖືກສະເໜີ?
ການຮັກສາຄວາມລັບແມ່ນມີຄວາມສຳຄັນທີ່ສຸດແລະມີພຽງແຕ່ຜູ້ຮ້ອງທຸກ, ປະເທດສະມາຊິກອາຊຽນທີ່ກ່ຽວຂ້ອງໂດຍກົງແລະຄະນະເລຂາອາຊຽນຈະມີສິດທີ່ຈະເຂົ້າເຖິງຄຳຮ້ອງທຸກທີ່ແທ້ຈິງແລະວິທີແກ້ໄຂທີ່ໄດ້ສະເໜີ. (ກະລຸນາເບິ່ງການປະຕິເສດຄວາມຮັບຜິດຊອບໃນເວັບໄຊທ໌ ASSIST ໃນເລື່ອງນີ້).

1.7. ຂໍ້ມູນໃດແດ່ທີ່ຖືກແລກປ່ຽນຜ່ານ ASSIST ແລ້ວຕໍ່ມາກໍ່ສາມາດນຳເອົາໄປໃຊ້ໃນສານກົດໝາຍເພື່ອຈຸດປະສົງໃນການດຳເນີນຄະດີພາຍໃນປະເທດຫຼືການແກ້ໄຂຂໍ້ຂັດແຍ່ງລະຫວ່າງປະເທດ (ຫມາຍເຖິງ WTO ແລະ / ຫຼືອາຊຽນ)?ບໍ່ ບໍ່ມີ. ຄຳປະຕິເສດຂອງ ASSIST (ກະລຸນາເບິ່ງລາຍລະອຽດຕື່ມອີກທີ່ລິ້ງໃນ footer ຂອງໜ້າເວັບທັງໝົດ ຂອງ ASSIST) ແມ່ນໄດ້ຊີ້ແຈງໄວ້ຈະແຈ້ງແລ້ວ. ບໍ່ມີຂໍ້ມູນຫລືຄຳຖະແຫຼງໃດໆຂອງຜູ້ຮ້ອງທຸກຫລືຈາກປະເທດສະມາຊິກອາຊຽນທີ່ຢູ່ໃນຂະບວນການຂອງ ASSIST ສາມາດນຳໃຊ້ໃນການດຳເນີນຄະດີໃນລະດັບຊາດຫລືສາກົນ. ໃນຂະນະທີ່ບໍ່ມີຜົນບັງຄັບໃຊ້ໃນສານກົດໝາຍ, ແນວໃດກໍ່ຕາມ, ວິທີແກ້ໄຂທີ່ສະເໜີອາດຈະມີມູນຄ່າສະເພາະພາຍໃນສະພາບການທີ່ຄ້າຍຄືກັນຂອງການຮ້ອງທຸກດັ່ງກ່າວກ່ອນທີ່ເຈົ້າໜ້າທີ່ບໍລິຫານ (ເຊັ່ນ: ເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ການຄ້າ, ເຈົ້າໜ້າທີ່ອອກໃບອະນຸຍາດນຳເຂົ້າ, ໜ່ວຍງານປະເມີນຄວາມສອດຄ່ອງ, ແລະອື່ນໆ) ຂອງປະເທດສະມາຊິກອາຊຽນທີ່ໄດ້ສະເໜີແນວທາງແກ້ໄຂ.



2. ຂອບເຂດຂອງ ASSIST 

2.1 ວິສາຫະກິດອາຊຽນສາມາດຮ້ອງທຸກຕໍ່ລັດຖະບານຂອງປະເທດຕົນໄດ້ບໍ?
 
ບໍ່ ບໍ່ໄດ້ເພາະວ່າ ASSIST ເປັນພຽງແຕ່ມີໄວ້ສຳລັບບັນຫາການຄ້າຂ້າມເຂດແດນລະຫວ່າງປະເທດອາຊຽນລະຫວ່າງວິສາຫະກິດອາຊຽນທີ່ຈົດທະບຽນຢ່າງຖືກຕ້ອງຕາມກົດໝາຍໃນປະເທດສະມາຊິກອາຊຽນໃດໜຶ່ງແລະລັດຖະບານຂອງໜຶ່ງໃນ 9 ປະເທດສະມາຊິກອາຊຽນອື່ນໆດ້ວຍກັນເທົ່ານັ້ນ. ບັນດາບັນຫາທີ່ເກີດຂື້ນພາຍໃນປະເທດທີ່ເປັນຂໍ້ພິພາດຂັດແຍ່ງກັບລັດຖະບານຂອງວິສາຫະກິດທີ່ມີທີ່ຕັ້ງຢູ່ນັ້ນ ບໍ່ສາມາດຖືກສົ່ງຜ່ານທາງ ASSISTໄດ້. ໃນກໍລະນີທີ່ຜູ້ໃຫ້ບໍລິການ, ທີ່ຂຶ້ນກັບບໍລິສັດແມ່ທີ່ຕັ້ງຢູ່ໃນປະເທດສະມາຊິກອາຊຽນ A, ແຕ່ວ່າທີ່ໃຫ້ການບໍລິການຂອງຕົນຢູ່ໃນປະເທດສະມາຊິກອາຊຽນ B, ຕັ້ງໃຈຍື່ນຄຳຮ້ອງທຸກຕໍ່ປະເທດສະມາຊິກອາຊຽນ B, ຕ້ອງໃຫ້ບໍລິສັດແມ່ໃນປະເທດສະມາຊິກອາຊຽນ A ທີ່ຄວນຕ້ອງຍື່ນຄຳຮ້ອງທຸກກ່ຽວກັບ ASSIST. ເຖິງຢ່າງໃດກໍ່ຕາມ, ຄະດີດັ່ງກ່າວຍັງສາມາດຍື່ນສະເໜີໂດຍບໍ່ຕ້ອງລະບຸຊື່ໂດຍໃຫ້ສະມາ ຄົມການຄ້າທີ່ອາຊຽນ, ສະພາການຄ້າ, ສະພາທຸລະກິດ, ສະຫະພັນທຸລະກິດ, ທະນາຍຄວາມຫຼືບໍລິສັດທະບຽນກົດໝາຍໃນນາມຂອງຜູ້ຮ້ອງຮຽນຕົວຈິງເປັນຜູ້ຍື່ນໃຫ້.

2.2 ສາມາດໃຊ້ ASSIST ເພື່ອການຮ້ອງທຸກຕໍ່ລັດຖະບານຂອງປະເທດທີ່ຢູ່ນອກອາຊຽນໄດ້ບໍ່ (ເຊັ່ນ: ອົດສະຕາລີ, ຈີນ, ອີຢູ, ຍີ່ປຸ່ນ, ເກົາຫຼີ, ສະຫະລັດແລະອື່ນໆ)?
ບໍ່ ບໍ່ໄດ້ເພາະວ່າ ASSIST ເປັນພຽງແຕ່ມີໄວ້ສຳລັບບັນຫາການຄ້າຂ້າມເຂດແດນລະຫວ່າງປະເທດອາຊຽນລະຫວ່າງວິສາຫະກິດອາຊຽນທີ່ຈົດທະບຽນຢ່າງຖືກຕ້ອງຕາມກົດໝາຍໃນປະເທດສະມາຊິກອາຊຽນໃດໜຶ່ງແລະລັດຖະບານຂອງໜຶ່ງໃນ 9 ປະເທດສະມາຊິກອາຊຽນອື່ນໆດ້ວຍກັນເທົ່ານັ້ນ. 

2.3 ຜູ້ຮ້ອງທຸກສາມາດຍື່ນຄຳຮ້ອງທຸກທີ່ກ່ຽວຂ້ອງກັບມາດຕະການທີ່ມີຢູ່ແລ້ວຕໍ່ໜ້າສານແຫ່ງຊາດໃນການດຳເນີນຄະດີພາຍໃນປະເທດ, ຫຼືວ່າແມ່ນຈຸດປະສົງຂອງການຕັດສິນຄະດີທີ່ກຳລັງດຳເນີນຢູ່ ຫຼືວ່າລັດຖະບານຂອງຕົນຢູ່ພາຍໃນ WTO ຫຼືອາຊຽນພາຍໃຕ້ກົນໄກການແກ້ໄຂຂໍ້ຂັດແຍ່ງທີ່ກ່ຽວຂ້ອງ?ບໍ່ ບໍ່ໄດ້ ຖ້າຄໍາຮ້ອງທຸກທີ່ຖືກຍື່ນນັ້ນຢູ່ໃນສະພາບການດັ່ງກ່າວນັ້ນ, ຄະນະເລຂາອາຊຽນຫຼືປະເທດປາຍທາງອາດຈະປະຕິເສດຄຳຮ້ອງທຸກນັ້ນວ່າ ບໍ່ສາມາດຍື່ນໄດ້.



3. ກ່ອນທີ່ຈະຍື່ນຄຳຮ້ອງທຸກ

3.1 Iມັນຈຳເປັນຕ້ອງໄດ້ຮັບການອະນຸຍາດຫລືການສະໜັບສະໜູນຈາກລັດຖະບານອາຊຽນບ່ອນທີ່ຜູ້ຮ້ອງທຸກໄດ້ລົງທະບຽນຖືກຕ້ອງຕາມກົດໝາຍກ່ອນການຍື່ນຄຳຮ້ອງທຸກກ່ຽວກັບ ASSIST ຫລືບໍ? 

ບໍ່ ບໍ່ຈຳເປັນຍ້ອນວ່າ ASSIST ສາມາດນຳໃຊ້ໄດ້ໂດຍກົງທັນທີໂດຍວິສາຫະກິດອາຊຽນແລະບໍ່ຕ້ອງໄດ້ຮັບການອະນຸຍາດຈາກລັດຖະບານຂອງພວກເຂົາ. ຜູ້ຮ້ອງທຸກໄດ້ຮັບການຊຸກຍູ້ໃຫ້ຄົ້ນຫາຄວາມຄິດເຫັນຂອງລັດຖະບານໃນປະເທດຂອງເຂົາເຈົ້າເອງແລະໃຫ້ການສະໜັບສະໜູນທີ່ເປັນໄປໄດ້ ກ່ອນທີ່ຈະມີການຍື່ນຄຳຮ້ອງທຸກຜ່ານ ASSIST
 
3.2. ຖ້າຜູ້ຮ້ອງທຸກບໍ່ເຂົ້າໃຈຂໍ້ຕົກລົງອາຊຽນທີ່ກ່ຽວຂ້ອງຢ່າງເຕັມສ່ວນຫຼືຕ້ອງການຄຳແນະນຳກ່ອນທີ່ຈະຍື່ນ ຄຳຮ້ອງທຸກນັ້ນ, ມີແຫລ່ງຂໍ້ມູນໃດແດ່ທີ່ສາມາດຊອກຫາອ່ານໄດ້ເພື່ອໃຫ້ໄດ້ຄຳແນະນຳ? 
ຜູ້ຮ້ອງຮຽນອາດຈະຄົ້ນຫາຄວາມຄິດເຫັນຂອງລັດຖະບານໃນປະເທດຂອງເຂົາເຈົ້າເອງແລະການສະໜັບສະໜູນ ທີ່ເປັນໄປໄດ້ ກ່ອນທີ່ຈະຍື່ນຄຳຮ້ອງທຸກຜ່ານ ASSIST. ພວກເຂົາອາດຈະຂໍການຊີ້ນຳແລະການຊ່ວຍເຫຼືອຈາກທີ່ປຶກສາອິດສະຫຼະ, ທະນາຍຄວາມ, ບໍລິສັດກົດໝາຍ, ຫ້ອງການການຄ້າ, ສະພາທຸລະກິດ, ສະຫະພັນທຸລະກິດ, ສະມາຄົມການຄ້າຫຼືແມ່ນແຕ່ນັກວິຊາການ. ການຊີ້ນຳ ແລະການສະໜັບສະໜູນຈາກຜູ້ກ່ຽວຂ້ອງໃດໆທີ່ໄດ້ກ່າວມານັ້ນແມ່ນຂໍແນະນຳເປັນຢ່າງຍິ່ງເພື່ອໃຫ້ນຳໄປໃຊ້ ເມື່ອຜູ້ຮ້ອງທຸກເປັນວິສາຫະກິດທີ່ອາດຈະມີຂໍ້ຈຳກັດດ້ານຄວາມສາມາດທາງດ້ານເຕັກນິກກ່ຽວກັບຄວາມເຂົ້າໃຈກ່ຽວກັບບັນຫາອາຊຽນຫລືຄວາມຫຍຸ້ງຍາກໃນການສື່ສານເປັນພາສາອັງກິດ.
 
3.3. ຖ້າຄຳຮ້ອງທຸກດັ່ງກ່າວແມ່ນວິສາຫະກິດຂະໜາດນ້ອຍ, ຂະໜາດກາງ (MSME), ວິທີໃດທີ່ດີທີ່ສຸດທີ່ຈະຊອກຫາການສະໜັບສະໜູນເມື່ອຍື່ນຄຳຮ້ອງທຸກໃຫ້ກັບ ASSIST?
ສາມາດຊອກຫາໄດ້ໂດຍການຊອກຫາການຊີ້ນຳແລະການຊ່ວຍເຫຼືອຈາກທີ່ປຶກສາອິດສະຫຼະ, ທະນາຍຄວາມ, ບໍລິສັດກົດ ໝາຍ, ຫ້ອງການການຄ້າ, ສະພາທຸລະກິດ, ສະຫະພັນທຸລະກິດ, ສະມາຄົມການຄ້າຫຼືແມ່ນແຕ່ນັກວິຊາການ. ຫຼືໂດຍການຊອກຫາເພື່ອຂໍຄວາມຄິດເຫັນຂອງລັດຖະບານໃນປະເທດຂອງເຂົາເຈົ້າເອງແລະການສະໜັບສະໜູນ ທີ່ເປັນໄປໄດ້ ກ່ອນທີ່ຈະຍື່ນຄຳຮ້ອງທຸກຜ່ານ ASSIST. 
 
3.4. ຜູ້ຮ້ອງຮຽນສາມາດແນ່ໃຈໄດ້ແນວໃດວ່າ ປະເດັນທີ່ສົ່ງຜົນກະທົບຕໍ່ກິດຈະການທຸລະກິດຂອງລາວນັ້ນ ແມ່ນຕົກຢູ່ໃນຂອບເຂດຂອງ ASSIST?
ຂອບເຂດຂອງ ASSIST ແມ່ນໄດ້ຖືກນຳສະເໜີໄວ້ໃຫ້ແລ້ວຢູ່ໃນເວັບໄຊທ໌ຂອງ ASSIST. ຄຳຮ້ອງທຸກອາດຈະຖືກປະຕິເສດຖ້າມັນຕົກຢູ່ໃນໝວດໃດໜຶ່ງດັ່ງຕໍ່ໄປນີ້:
ມັນບໍ່ໄດ້ຖືກຄຸ້ມຄອງຫຼືຖືກຄວບຄຸມໂດຍສັນຍາການຄ້າອາຊຽນໃດໆ;
ມັນເກີນກວ່າຂອບເຂດການຄ້າພາຍໃນອາຊຽນ;
ມັນເປັນເລື່ອງຂໍ້ຂັດແຍ້ງລະຫວ່າງທຸລະກິດດ້ວຍກັນເທົ່ານັ້ນ;
ມັນບໍ່ໄດ້ຮັບການສະໜັບສະໜູນຈາກຂໍ້ມູນທີ່ພຽງພໍແລະຫນ້າເຊື່ອຖືໄດ້;
ມັນຂຶ້ນກັບການທົບທວນທາງດ້ານການປົກຄອງຫຼືການພິພາກສາດ້ານກົດໝາຍ ແລະ / ຫຼືການດຳເນີນຄະດີອື່ນໆ; ແລະ
ມັນເປັນເລື່ອງທີ່ກ່ຽວຂ້ອງກັບບັນຫາການລົງທຶນເຊິ່ງປະຈຸບັນນີ້ຍັງບໍ່ທັນມີຢູ່ໃນລະບົບຂອງ ASSIST

ດັ່ງນັ້ນ, ຜູ້ຮ້ອງທຸກຄວນດຳເນີນການຄົ້ນຄ້ວາຢ່າງລະມັດລະວັງບົນພື້ນຖານຂອງຂໍ້ມູນທີ່ໄດ້ໃຫ້ໄວ້ໃນເວັບໄຊທ໌ຂອງ ASSIST ແລະ / ຫຼືໂດຍການຊອກຫາຂໍຄຳແນະນຳ ແລະຄວາມຊ່ວຍເຫຼືອຈາກລັດຖະບານປະເທດຕົນເອງຫຼືຈາກທີ່ປຶກສາອິດສະຫຼະ, ທະນາຍຄວາມ, ບໍລິສັດກົດໝາຍ, ສະພາທຸລະກິດ, ຫ້ອງການການຄ້າ, ສະຫະພັນທຸລະກິດ ແລະສະມາຄົມການຄ້າ.
 
3.5. ເປັນຫຍັງມັນຈຶ່ງເປັນເລື່ອງສຳຄັນທີ່ຈະໃຫ້ບັນຫາທີ່ຈະຍື່ນນັ້ນ ມີຄວາມລະອຽດແລະສາມາດພິສູດໄດ້ໃຫ້ດີກ່ອນທີ່ຈະຍື່ນຄຳຮ້ອງທຸກກ່ຽວກັບ ASSIST? ເລື່ອງນີ້ແມ່ນເລື່ອງທີ່ສຳຄັນທີ່ສຸດເພາະວ່າຄະດີດັ່ງກ່າວຈະຖືກກວດສອບໂດຍເຈົ້າໜ້າທີ່ກ່ຽວຂ້ອງທີ່ກ່ຽວຂ້ອງກັບ ASSIST. ມາດຕະການຫລືການປະຕິບັດທີ່ມີຄວາມທ້າທາຍ, ຫລືບັນຫາທີ່ຜູ້ຮ້ອງທຸກກຳລັງປະເຊີນຢູ່ນັ້ນຕ້ອງສະແດງອອກຢ່າງຈະ ແຈ້ງ, ແລະຂໍແນະນຳໃຫ້ມີການນຳເອົາເອກະສານຕ່າງມາສະໜັບສະໜູນການຮ້ອງທຸກດັ່ງກ່າວ. ຜູ້ຮ້ອງທຸກຍັງອາດຈະພິຈາ ລະນາສະເໜີວິທີແກ້ໄຂທີ່ເປັນໄປໄດ້ເພື່ອອຳນວຍຄວາມສະດວກໃຫ້ແກ່ຂັ້ນຕອນການດຳເນີນການ. ຄຳຮ້ອງທຸກທີ່ນຳສະເໜີຢ່າງຄົບຖ້ວນຈະມີໂອກາດສູງທີ່ຈະໄດ້ຮັບການຍອມຮັບຈາກປະເທດປາຍທາງ, ໂດຍມີຈຸດປະສົງໃນການຊອກຫາວິທີແກ້ໄຂ.



4. ການຍື່ນຄຳຮ້ອງທຸກ  
 
4.1 ຜູ້ຮ້ອງທຸກຈຳເປັນຕ້ອງໄດ້ລົງທະບຽນລ່ວງໜ້າກ່ອນຫລືບໍ່ ເພື່ອສະແດງໃຫ້ເຫັນວ່າບໍລິສັດຂອງລາວແມ່ນກຸ່ມວິສາຫະກິດຫຼືສະມາຄົມການຄ້າທີ່ຢູ່ໃນອາຊຽນຫຼືກຳລັງລົງທະບຽນອັດຕະໂນມັດເມື່ອຍື່ນຄຳຮ້ອງທຸກ?
ບໍ່ມີຂັ້ນຕອນການລົງທະບຽນກ່ອນໃດໆ. ຜູ້ຮ້ອງທຸກຕ້ອງໃຫ້ໝາຍເລກທະບຽນທຸລະກິດແຫ່ງຊາດແລະຫຼັກຖານການລົງ ທະບຽນເຊິ່ງຈຳເປັນໃນແບບຟອມຄຳຮ້ອງທຸກໃນເວັບໄຊທ໌ ASSIST. ທະນາຍຄວາມຫລືບໍລິສັດກົດໝາຍທີ່ຍື່ນຄຳຮ້ອງ ທຸກໃນນາມລູກຄ້າຂອງພວກເຂົາເຈົ້ານັ້ນ (ຄຳ ຮ້ອງທຸກທີ່ບໍ່ໄດ້ລະບຸຊື່) ຕ້ອງລົງທະບຽນກັບເລຂາອາຊຽນກ່ອນແລະຍື່ນແບບຟອມເພື່ອໃຫ້ໄດ້ລະຫັດລັບຂອງຄະດີຄວາມທີ່ຍື່ນຈາກຫ້ອງການເລຂາອາຊຽນ.

4.2. ຜູ້ຮ້ອງທຸກຈຳເປັນຕ້ອງຕື່ມແບບຟອມຄຳຮ້ອງທຸກທາງອິນເຕີເນັດແລະລົງທະບຽນທຸກໆຄັ້ງບໍ່ທີ່ລາວຕ້ອງການຮ້ອງທຸກຫຼືລາວສາມາດຍື່ນຄຳຮ້ອງທຸກຫຼາຍຄັ້ງດ້ວຍແບບຟອມດຽວເທົ່ານັ້ນ?
ຜູ້ຮ້ອງທຸກຕ້ອງຕື່ມແບບຟອມຄຳຮ້ອງທຸກທາງລະບົບອິນເຕີເນັດໃນແຕ່ລະຄັ້ງທີ່ວິສາຫະກິດ (ຫຼືນິຕິບຸກຄົນທີ່ເປັນຕົວແທນຂອງລາວ, ໃນຄຳຮ້ອງທຸກທີ່ບໍ່ລະບຸຊື່) ຍື່ນຄຳຮ້ອງທຸກຄືນໃໝ່ໃນແຕ່ລະເທື່ອໂດຍທີ່ຂໍ້ມູນໃນທຸກໆດ້ານທີ່ຈຳເປັນໃນແບບຟອມນັ້ນຕ້ອງໄດ້ຕື່ມໃສ່ໃຫ້ຮຽບຮ້ອຍແລະຄົບຖ້ວນ.
 
4.3. ຜູ້ຮ້ອງຮຽນຈຳເປັນຕ້ອງລົງທະບຽນເປັນວິສາຫະກິດອາຊຽນຢູ່ທີ່ສຳນັກງານທະບຽນກາງຫລືບໍ່?
ບໍ່, ບໍ່ມີສຳນັກງານທະບຽນກາງໃດໆໃນທີ່ນີ້. ຈະມີພຽງແຕ່ທະນາຍຄວາມຫລືບໍລິສັດກົດໝາຍທີ່ຍື່ນຄຳຮ້ອງທຸກໃນນາມລູກຄ້າຂອງພວກເຂົາ (ຄຳຮ້ອງທຸກທີ່ບໍ່ລະບຸຊື່) ກ່ອນອື່ນໝົດຕ້ອງໄດ້ລົງທະບຽນກັບກອງເລຂາອາຊຽນແລະຍື່ນແບບຟອມເພື່ອໃຫ້ໄດ້ຫມາຍເລກລະຫັດລັບສຳລັບຄະດີທີ່ຍື່ນຮ້ອງທຸກຈາກເລຂາທິການອາຊຽນ. 
 
4.4. ການເປັນສະມາຊິກວິສາຫະກິດອາຊຽນ (ໝາຍເຖິງບໍລິສັດຫລືສະມາຄົມການຄ້າ) ທີ່ໄດ້ລົງທະບຽນຢ່າງຖືກຕ້ອງຕາມກົດໝາຍໃນໜຶ່ງໃນ 10 ປະເທດສະມາຊິກອາຊຽນແມ່ນຫມາຍຄວາມວ່າແນວໃດ? 
ໝາຍຄວາມວ່າວິສາຫະກິດອາຊຽນໄດ້ປະຕິບັດພັນທະຕາມກົດໝາຍຂອງປະເທດທີ່ຕົນດຳເນີນງານແລະໄດ້ຈົດທະບຽນເປັນສະມາຄົມທຸລະກິດຫລືການຄ້າ / ສະພາການຄ້າ / ສະພາການຄ້າ / ສະຫະພັນທຸລະກິດ. ສິ່ງນີ້ຈະສອດຄ່ອງກັບກົດໝາຍທີ່ມີຢູ່ໃນປະເທດອາຊຽນທີ່ກ່ຽວຂ້ອງ. ເງື່ອນໄຂທີ່ຄ້າຍຄືກັນນີ້ແມ່ນນຳໃຊ້ກັບທະນາຍຄວາມຫລືບໍລິສັດກົດໝາຍທີ່ຍື່ນຄຳຮ້ອງທຸກໃນນາມຂອງລູກຄ້າຂອງພວກເຂົາ. ພວກເຂົາຈະຕ້ອງສະແດງການລົງທະບຽນກັບໜຶ່ງໃນປະເທດສະມາຊິກອາຊຽນແລະໃບອະນຸຍາດວິຊາຊີບເພື່ອປະຕິບັດກົດໝາຍໃນຂອບເຂດອາຊຽນທີ່ກ່ຽວຂ້ອງ.

 4.5. ຖ້າຜູ້ຮ້ອງຮຽນແມ່ນຫ້ອງການອາຊຽນທີ່ໄດ້ທຳການຈົດທະບຽນຖືກຕ້ອງຕາມກົດໝາຍແລ້ວ (ເຊັ່ນວ່າ: ສາຂາບໍລິສັດ, ບໍລິສັດຍ່ອຍ, ຫ້ອງການຜູ້ຕາງໜ້າ, ໂຮງຈັກໂຮງງານ, ສູນຈຳໜ່າຍ, ແລະອື່ນໆ) ຂອງບໍລິສັດຫລາຍໆປະເທດຈາກປະເທດນອກອາຊຽນ, ບໍ່ຮູ້ວ່າຈະສາມາດຍື່ນຄຳຮ້ອງທຸກດັ່ງກ່າວໄດ້ໂດຍ "ສຳນັກງານໃຫຍ່" ຂອງຜູ້ຮ້ອງຮຽນຕັ້ງຢູ່ໃນປະເທດທີ່ບໍ່ແມ່ນອາຊຽນນັ້ນໄດ້ຫລືບໍ່?
ບໍ່ ບໍ່ໄດ້. ຄຳຮ້ອງທຸກຕ້ອງໄດ້ຖືກຍື່ນໂດຍວິສາຫະກິດທີ່ດຳເນີນງານຢູ່ໃນປະເທດໃດໜຶ່ງໃນອາຊຽນ. ເຖິງຢ່າງໃດກໍ່ຕາມ, 'ສຳນັກງານໃຫຍ່' ກໍ່ຍັງສາມາດໃຫ້ຄຳແນະນຳຫຼືການສະໜັບສະໜູນດ້ານວິຊາການແກ່ວິສາຫະກິດອາຊຽນໃນເວລາທຳການຍື່ນຄຳຮ້ອງທຸກ.

4.6. ຄຳຮ້ອງທຸກນັ້ນສາມາດຍື່ນໄດ້ໂດຍທີ່ປຶກສາ, ທະນາຍຄວາມຫຼືທີ່ປຶກສາໃນນາມຂອງວິສາຫະກິດອາຊຽນໄດ້ຫລືບໍ? ຖ້າຫາກຍື່ນໄດ້, ເລກທະບຽນທຸລະກິດໃດແລະຫຼັກຖານການລົງທະບຽນໃດແດ່ທີ່ຄວນຈະນຳໄປສະແດງໃຫ້ເບິ່ງ? 
ແມ່ນແລ້ວ, ສາມາດຍື່ນໄດ້. ຄຳຮ້ອງທຸກອາດຈະຖືກຍື່ນໄດ້ໂດຍທີ່ປຶກສາ, ທະນາຍຄວາມຫຼືທີ່ປຶກສາໃນນາມຂອງວິສາຫະກິດອາຊຽນ, ແຕ່ໃນກໍລະນີນີ້ເລກທີ່ລົງທະບຽນແລະຫຼັກຖານການລົງທະບຽນຖືກຕ້ອງຕາມກົດໝາຍ ແມ່ນຂອງວິສາຫະກິດອາຊຽນ (AE) ທີ່ຈະຕ້ອງນຳໄປສະເໜີ, ເພາະວ່າມັນແມ່ນຄຳຮ້ອງທຸກຂອງ AE ທີ່ກຳລັງຖືກຍື່ນ. ແນ່ນອນຜູ້ຮ້ອງທຸກຈະໄດ້ຮັບການແນະນຳແລະໃຫ້ຄວາມຊ່ວຍເຫຼືອໃນການຍື່ນຄຳຮ້ອງທຸກຂອງບຸກຄົນຫລືນິຕິບຸກຄົນທີ່ບໍ່ໄດ້ເຮັດວຽກໃຫ້ກັບວິສາຫະ ກິດອາຊຽນນັ້ນ. ເຖິງຢ່າງໃດກໍ່ຕາມ, ຖ້າຄຳຮ້ອງທຸກທີ່ຖືກຍື່ນແມ່ນຄຳຮ້ອງທຸກທີ່ບໍ່ໄດ້ລະບຸຊື່, ເລກທະບຽນທຸລະກິດ (ສໍາລັບສະມາຄົມການຄ້າ, ຫ້ອງການການຄ້າ, ສະພາທຸລະກິດ, ສະຫະພັນທຸລະກິດ, ແລະອື່ນໆ) ແລະຫຼັກຖານຢັ້ງຢືນການຂຶ້ນທະບຽນທາງກົດໝາຍ (ສຳລັບທະນາຍຄວາມແລະບໍລິສັດກົດໝາຍ)ຈະຕ້ອງເປັນຂອງໜ່ວຍງານທີ່ທຳການຍື່ນຄຳຮ້ອງທຸກໃນນາມຂອງວິສາຫະກິດອາຊຽນ ເຊິ່ງກໍ່ບໍ່ແມ່ນຂອງວິສາຫະກິດອາຊຽນເອງ.

4.7. ການຍື່ນຄຳຮ້ອງທຸກນີ້ສາມາດຍື່ນໃຫ້ກັບ ASSIST ໃນນາມສ່ວນບຸກຄົນໄດ້ຫລືບໍ່?  ບໍ່. ບໍ່ໄດ້ ໃນເວລານີ້, ASSIST ສາມາດໃຊ້ໄດ້ສຳລັບທຸລະກິດທີ່ລົງທະບຽນຢ່າງຖືກຕ້ອງຕາມກົດໝາຍເທົ່ານັ້ນ (ເຊັ່ນວ່າ ນິຕິບຸກຄົນອົງການຈັດຕັ້ງຕ່າງໆ). ມັນບໍ່ແມ່ນເພື່ອນຳໄປໃຊ້ກັບບຸກຄົນ (ເຊັ່ນວ່າ ຄົນທຳມະດາ). ເຖິງຢ່າງໃດກໍ່ຕາມ, ທະນາຍຄວາມແຕ່ລະບຸກຄົນສາມາດຍື່ນຄຳຮ້ອງທຸກທີ່ບໍ່ລະບຸຊື່ໃຫ້ແກ່ລູກຄ້າໃດໜຶ່ງຂອງລາວໄດ້ (ເຊັ່ນວ່າວິສາຫະກິດທີ່ອີງໃສ່ອາຊຽນ), ໂດຍທີ່ວ່າແນ່ນອນແລ້ວ ທຸກຂໍ້ກຳນົດຕ່າງໆແມ່ນໄດ້ຖືກປະຕິບັດໃນເວລາຍື່ນ.

4.8. ຜູ້ຮ້ອງທຸກສາມາດຍື່ນຄຳຮ້ອງທຸກໂດຍບໍ່ອອກຊື່ແລະທັງໂດຍບໍ່ໃຊ້ຊື່ບໍລິສັດຂອງລາວໄດ້ຫລືບໍ່? ຖ້າເປັນດັ່ງນັ້ນ, ຈະມີວິທີທາງເລືອກອື່ນໃດທີ່ຈະສາມາດເຮັດແນວນັ້ນ?ແມ່ນແລ້ວ, ຄຳຮ້ອງທຸກທີ່ບໍ່ລະບຸຊື່ອາດຈະຖືກຍື່ນໃນເວລາທີ່ຜູ້ຮ້ອງທຸກມັກທີ່ຈະຍື່ນ, ດ້ວຍເຫດຜົນໃດກໍ່ຕາມ, ຕົວຕົນຈະບໍ່ໄດ້ຖືກເປີດເຜີຍຕໍ່ຈຸດຕິດຕໍ່ຕົ້ນທາງແລະ/ຫຼືຈຸດຕິດຕໍ່ປາຍທາງ. ເພື່ອທີ່ຈະເຮັດແນວນັ້ນໄດ້, ຜູ້ຮ້ອງຮຽນອາດຈະໃຊ້ສະມາຄົມການຄ້າຫຼື ໜ່ວຍງານຕົວແທນທີ່ຄ້າຍຄືກັນ (ເຊັ່ນສະພາການຄ້າ, ສະພາທຸລະກິດ, ສະຫະພັນທຸລະກິດ, ທະນາຍຄວາມຫຼືບໍລິສັດກົດໝາຍ) ເພື່ອຍື່ນຄຳຮ້ອງທຸກແທນຕົນເອງ. ສະມາຄົມການຄ້າທີ່ຂຶ້ນກັບອາຊຽນຫລືໜ່ວຍງານຕົວແທນບໍ່ຈຳເປັນຕ້ອງລະບຸຊື່ຂອງວິສາຫະກິດອາຊຽນນັ້ນ ກໍ່ມີພຽງແຕ່ຍື່ນຄຳຮ້ອງທຸກໂດຍນຳໃຊ້ເລກທະບຽນທຸລະກິດຂອງຕົນເອງ (ເຊັ່ນ: ທຸລະກິດເລກທະບຽນໃນຂອບເຂດສິດອຳນາດຂອງອາຊຽນບ່ອນທີ່ມັນໄດ້ລວມເຂົ້າຫຼືໃບອະນຸຍາດປະຕິບັດສຳລັບທະນາຍ ຄວາມຫລືບໍລິສັດກົດໝາຍ). ທະນາຍຄວາມແລະບໍລິສັດກົດໝາຍຈຳເປັນຕ້ອງລົງທະບຽນລ່ວງໜ້າກັບກອງເລຂາອາຊຽນແລະຍື່ນແບບຟອມ ເພື່ອໃຫ້ໄດ້ຮັບຫມາຍເລກລະຫັດລັບຂອງຄະດີທີ່ຍື່ນເພື່ອນຳໃຊ້ໃນເວລາຍື່ນຄຳຮ້ອງທຸກທີ່ບໍ່ລະບຸຊື່. ວິທີການນີ້ຍັງມີຈຸດປະສົງທີ່ຈະອະນຸຍາດໃຫ້ຜູ້ຮ້ອງທຸກຫຼາຍໆຄົນທີ່ມີບັນຫາທາງການຄ້າແບບດຽວກັນສາມາດນຳໄປໃຊ້ໄດ້, ເພື່ອຫລີກລ້ຽງບໍ່ໃຫ້ມີການຍື່ນຄຳຮ້ອງທຸກທີ່ຊ້ຳກັນຫຼາຍໆອັນ. ມີຂໍ້ສັງເກດຢູ່ທີ່ວ່າ ຄ່າທຳນຽມອາດຈະໃຊ້ໄດ້ໃນເວລາທີ່ບັນດາຜູ້ຕາງໜ້າທີ່ໃຫ້ການບໍລິການແບບນີ້ແກ່ວິສາຫະກິດອາຊຽນນັ້ນໄດ້ຂໍການດຳເນີນການແບບບໍ່ລະບຸຊື່.

4.9. ເປັນຫຍັງແລະໃນເວລາໃດທີ່ຜູ້ຮ້ອງທຸກຫຼືຜູ້ຮ້ອງທຸກຫຼາຍຄົນຄວນພິຈາລະນາຍື່ນຄຳຮ້ອງທຸກຜ່ານສະມາຄົມການຄ້າອາຊຽນຫຼືສະພາການຄ້າ, ສະພາທຸລະກິດຫຼືສະຫະພັນທຸລະກິດ?

ຮູບການແບບນີ້ອາດຈະຖືກນຳໃຊ້ໄດ້ ຖ້າຫາກມີບໍລິສັດຈຳນວນໜຶ່ງນັ້ນມີບັນຫາຫຼືບັນຫາການຄ້າແບບດຽວກັນແລະພວກເຂົາຕັດສິນໃຈນຳໃຊ້ສະມາຄົມທຸລະກິດທີ່ເປັນຕົວແທນຂອງພວກເຂົາ (ເຊັ່ນ: ສະມາຄົມການຄ້າ, ສະພາການຄ້າ, ສະພາທຸລະກິດ, ສະຫະພັນທຸລະກິດແລະອື່ນໆ) ເພື່ອໃຫ້ຍື່ນຄຳຮ້ອງທຸກໃນນາມຂອງພວກເຂົາເພື່ອຊອກຫາວິທີແກ້ໄຂສຳລັບພວກເຂົາພ້ອມກັນທັງໝົດ. ສະຖານະການອີກອັນໜຶ່ງກໍ່ອາດຈະແມ່ນວ່າ ວິສາຫະກິດບໍ່ປາດຖະໜາທີ່ຈະເປີດເຜີຍຕົວຕົນຂອງຕົນເອງເນື່ອງຈາກເປັນເລື່ອງທີ່ມີຄວາມອ່ອນໄຫວທີ່ອາດຈະເກີດຂື້ນກ່ຽວກັບບັນຫາແລະຢາກໃຫ້ສະມາຄົມທຸລະກິດຂອງຕົນເອງໄດ້ຍື່ນຄຳຮ້ອງທຸກໃຫ້ໃນນາມຂອງຕົນ, ໂດຍທີ່ໃຫ້ການຮັກສາຫານບໍ່ເປີດເຜີຍຊື່. ໃນກໍລະນີສຸດທ້າຍນີ້, ທະນາຍຄວາມ ຫລືບໍລິສັດກົດໝາຍທີ່ມີໃບອະນຸຍາດທີ່ໄດ້ລົງທະບຽນອາຊຽນຢ່າງຖືກຕ້ອງກໍ່ອາດຈະຖືກນຳໃຊ້ໄປເປັນຜູ້ທີ່ຈະດຳເນີນການໃຫ້ໄດ້, ໂດຍຂຶ້ນກັບວ່າພວກເຂົານັ້ນສາມາດເຮັດໃຫ້ຖືກຕ້ອງຄົບຖ້ວນຕາມລະບຽບການລົງທະບຽນກັບກອງເລຂາອາຊຽນເທົ່ານັ້ນເອງ.

4.10.ຜູ້ຮ້ອງທຸກສາມາດອັບໂຫລດເອກະສານໃດໆກໍ່ໄດ້ບໍ່ (ເຊັ່ນ: ກົດໝາຍ, ການຕິດຕໍ່ພົວພັນກັບເຈົ້າໜ້າທີ່, ໃບອະນຸຍາດ, ຫຼັກຖານທີ່ເປັນຮູບຖ່າຍ, ບົດບັນທຶກທາງດ້ານກົດໝາຍ ແລະອື່ນໆ) ເມື່ອຍື່ນຄຳຮ້ອງທຸກ?ແມ່ນແລ້ວ ສາມາດເຮັດໄດ້ ໃນຮູບແບບຂໍ້ມູນແບບໃດກໍ່ໄດ້ຫມົດ, ຂໍພຽງແຕ່ໃຫ້ມັນຢູ່ໃນຂອບເຂດຂອງຂະຫນາດປະລິມານຂໍ້ມູນທີ່ຈະອັບໂຫລດທີ່ຄິດເປັນຫົວຫນ່ວຍ Mb ສຳລັບເອກະສານທີ່ຈະຄັດຕິດໂດຍທີ່ໄດ້ຖືກລະບຸໄວ້ຢູ່ໃນແບບຟອມຄຳຮ້ອງທຸກທີ່ມີໄວ້ໃຫ້ໃນ ASSIST. ໃນກໍລະນີພິເສດ, ຜູ້ຮ້ອງຮຽນອາດຈະຖືກຮ້ອງຂໍໃຫ້ສົ່ງຂໍ້ມູນເພີ່ມເຕີມໄປທາງອີເມລໃຫ້ກັບຜູ້ດູແລລະບົບ.

4.11. ຮ່າງຄຳຮ້ອງທຸກທີ່ຂຽນບໍ່ທັນແລ້ວນັ້ນສາມາດເກັບໄດ້ໃນເວບໄຊທ໌ຂອງ ASSIST (ເຊັ່ນ, ແບບຟອມການຮ້ອງຮຽນທາງອິນເຕີເນັດ) ໄດ້ຫລືບໍ່ ເພື່ອວ່າຈະເຮັດໃຫ້ສຳເລັດໃນພາຍຫລັງ?
ບໍ່ ບໍ່ໄດ້. ຜູ້ຮ້ອງທຸກຄວນເຮັດໃຫ້ຮຽບຮ້ອຍກ່ອນຈະໄປເຂົ້າໃນລະບົບອິນເຕີເນັດເພື່ອກະກຽມຄຳຮ້ອງທຸກໃຫ້ໃຫ້ຮຽບຮ້ອຍຄົບຖ້ວນແລະຫຼັງຈາກນັ້ນກໍ່ຄັດລອກແລະໃສ່ຂໍ້ມູນໃສ່ໃນແບບຟອມການຮ້ອງຮຽນທາງອິນເຕີເນັດໃນເວລາທີ່ຍື່ນການຮ້ອງຮຽນ.

4.12. ເຮົາສາມາດຍື່ນຄຳຮ້ອງທຸກເລື່ອງຫນື່ງເລື່ອງດຽວໃຫ້ກັບຫຼາຍໆປະເທດສະມາຊິກອາຊຽນພ້ອມໆກັນໄດ້ບໍ່ ຖ້າຫາກມີບັນຫາການຄ້າແບບດຽວກັນຢູ່ໃນຫຼາຍປະເທດເຫລົ່ານັ້ນ?
ບໍ່, ບໍ່ໄດ້. ຄໍາຮ້ອງທຸກແຕ່ລະອັັນສາມາດຍື່ນໃຫ້ກັບ ປະເທດສະມາຊິກອາຊຽນໃດຫນື່ງໜຶ່ງຄັ້ງໃນເວລາດຽວເທົ່ານັ້ນ. ຜູ້ຮ້ອງທຸກຈະຕ້ອງຍື່ນຄຳຮ້ອງທຸກຫຼາຍໆຄັ້ງ ຖ້າຫາກປະສົບບັນຫາແບບດຽວກັນຢູ່ໃນຫຼາຍໆປະເທດ.

4.13. ຜູ້ຮ້ອງຮຽນຈຳເປັນຕ້ອງສົ່ງສຳເນົາຄຳຮ້ອງທຸກຂອງຕົນຕໍ່ຜູ້ກ່ຽວຂ້ອງອື່ນໆພາຍໃຕ້ ASSIST ບໍ? 
ບໍ່ ບໍ່ຈຳເປັນ. ຍ້ອນວ່າການສື່ສານທຸກຢ່າງແມ່ນເຮັດໃນອິນເຕີເນັດແລະຜ່ານລະບົບ ASSIST.

4.14. ຄຳຮ້ອງທຸກສາມາດຍື່ນໄດ້ໃນພາສາອື່ນນອກເໜືອໄປຈາກພາສາອັງກິດໄດ້ຫລືບໍ? ຖ້າບໍ່ໄດ້, ຢ່າງໜ້ອຍກໍ່ຂໍໃຫ້ມີຂໍ້ມູນຄວາມຈິງແລະກົດໝາຍທີ່ສະໜັບສະໜູນ (ຕົວຢ່າງ: ຫຼັກຖານການລົງທະບຽນຂອງບໍລິສັດຫຼື ສຳເນົາກົດໝາຍແຫ່ງຊາດ) ນັ້ນສາມາດເປັນພາສາແມ່ຂອງຜູ້ຮ້ອງທຸກຫລືຂອງປະເທດທີ່ມີບັນຫາການຄ້າເກີດຂື້ນ ຈະໄດ້ຫລືບໍ່? 
ພາສາອັງກິດແມ່ນພາສາຂອງການສື່ສານຢ່າງເປັນທາງການພາຍໃນລະບົບແລະຄຳຮ້ອງທຸກຕ້ອງຂຽນເປັນພາສາອັງກິດເທົ່ານັ້ນ. ເອກະສານສະໜັບສະໜູນທີ່ຖືກອັບໂຫລດໂດຍຜູ້ຮ້ອງທຸກ (ເຊັ່ນ: ບົດສະຫຼຸບທາງກົດໝາຍ, ບົດລາຍງານດ້ານວິຊາການແລະອື່ນໆ) ຕ້ອງຂຽນເປັນພາສາອັງກິດຢ່າງດຽວ. ເຖິງຢ່າງໃດກໍ່ຕາມ, ເອກະສານທາງການໃດໆເຊັ່ນ: ຫຼັກຖານຢັ້ງ ຢືນການລົງທະບຽນ, ກົດໝາຍແຫ່ງຊາດ, ໃບຢັ້ງຢືນ, ໃບອະນຸຍາດຫລືຄ້າຍຄືກັນ, ເຊິ່ງຂຽນເປັນພາສາທາງການຂອງປະເທດໃດຫນື່ງອາດຈະຖືກໃຫ້ອັບໂຫລດລົງໃນລະບົບເພື່ອສະໜັບສະໜູນຄຳຮ້ອງທຸກ, ແຕ່ກໍ່ຄວນມີການແປໄປເປັນພາສາອັງກິດໄປພ້ອມ. ທາງອອກການແກ້ໄຂບັນຫາທີ່ຖືກຍື່ນຈາກປະເທດປາຍທາງນັ້ນກໍ່ຈະໄດ້ຮັບການສະເໜີເປັນພາສາອັງກິດເຊັ່ນກັນ.



5. ເມື່ອຄຳຮ້ອງທຸກໄດ້ຖືກຍື່ນແລ້ວ 

5.1. ຜູ້ຮ້ອງທຸກຄວນເຮັດແນວໃດຖ້າຫາກວ່າ ລາວລືມຫລືເຮັດລະຫັດຕິດຕາມແລະອີເມລທີ່ໃຊ້ເພື່ອຍື່ນຄຳຮ້ອງທຸກນັ້ນເສັຍ?
ຮ້ອງທຸກກໍ່ຄວນຕິດຕໍ່ກັບຈຸດຕິດຕໍ່ຂອງກອງເລຂາອາຊຽນດັ່ງທີ່ສະແດງແລະແນະນົໄວ້ຢູ່ໃນເວັບໄຊທ໌ ASSIST.
 
5.2. ຈະມີຫຍັງເກີດຂື້ນກັບຄຳຮ້ອງທຸກຖ້າຫາກວ່າມັນໄດ້ຖືກປະຕິເສດໂດຍຜູ້ດູແລລະບົບ (CA) ຫຼືຈຸດຕິດຕໍ່ປາຍທາງ (DCP)? 
ເມື່ອຄຳຮ້ອງທຸກຖືກປະຕິເສດໄປແລ້ວ, ການດຳເນີນການສະເພາະນັ້ນແມ່ນການໄດ້ໃຫ້ຂໍ້ສະຫຼຸບທາງດ້ານເຕັກນິກແລະຄຳຮ້ອງທຸກກໍ່ຈະຖືກຢຸດຕິ. ເຖິງຢ່າງໃດກໍ່ຕາມ, ຜູ້ຮ້ອງທຸກອາດຈະຍື່ນຄຳຮ້ອງທຸກໃໝ່ອີກເທື່ອຫນື່ງໄປທີ່ ASSIST, ດ້ວຍການໃຫ້ຂໍ້ມູນເພີ່ມເຕີມຫຼືໃໝ່ກວ່າເພື່ອຢັ້ງຢືນຄຳຮ້ອງທຸກຂອງຕົນ, ຫຼືຊອກຫາທາງເລືອກອື່ນເພື່ອໃຫ້ໄດ້ວິທີແກ້ໄຂທີ່ເໝາະສົມ, ລວມທັງການອ້າງອີງເຖິງກົນໄກການແກ້ໄຂຂໍ້ຂັດແຍ່ງອື່ນໆ (ໃຫ້ເບິ່ງຂໍ້ມູນທີ່ຢູ່ຂ້າງລຸ່ມໃນພາກກ່ຽວກັບ "ເມື່ອໄດ້ຮັບການແກ້ໄຂແລ້ວ").
 
5.3. ຜູ້ດູແລລະບົບຫຼືຈຸດຕິດຕໍ່ປາຍທາງນັ້ນ ສາມາດຂໍຂໍ້ມູນເພີ່ມເຕີມຈາກຜູ້ຮ້ອງຮຽນ (ວິສາຫະກິດອາຊຽນ)ໄດ້ບໍ່?
ແມ່ນແລ້ວ ພວກເຂົາສາມາດເຮັດໄດ້. ຜູ້ດູແລລະບົບສາມາດສົ່ງຄຳຮ້ອງທຸກກັບຄືນຫາວິສາຫະກິດໂດຍໃຊ້ກົນໄກການປະ ມວນຜົນສຳລັບຄຳຮ້ອງທຸກທີ່ 'ບໍ່ຄົບຖ້ວນ' ໃນລະບົບ ASSIST ແລະຈະຂໍຂໍ້ມູນເພີ່ມເຕີມອີກ. ຈຸດຕິດຕໍ່ປາຍທາງກໍ່ສາ ມາດຂໍຂໍ້ມູນເພີ່ມເຕີມຈາກວິສາຫະກິດອາຊຽນໄດ້ໂດຍຜ່ານຜູ້ດູແລລະບົບເທົ່ານັ້ນແລະສິ່ງນີ້ແມ່ນຕ້ອງເຮັດແບບ “ອອບໄລນ໌” (ເຊັ່ນວ່າ, ຜ່ານທາງອີເມລຫຼືການສື່ສານທາງໂທລະສັບ). ຈຸດຕິດຕໍ່ປາຍທາງບໍ່ມີການພົວພັນໂດຍກົງກັບວິສາຫະກິດອາຊຽນ.
 
5.4. ຜູ້ຮ້ອງທຸກສາມາດໃຫ້ຂໍ້ມູນເພີ່ມເຕີມໄດ້ໂດຍສະໝັກໃຈຫລືບໍ່? ຖ້າເປັນດັ່ງນັ້ນ, ຈະມີຂັ້ນຕອນໃດແດ່ທີ່ຈະຕ້ອງໄດ້ປະຕິບັດຕາມ?
ບໍ່ ບໍ່ໄດ້. ຜູ້ຮ້ອງທຸກບໍ່ສາມາດໃຫ້ຂໍ້ມູນເພີ່ມເຕີມໄດ້ເມື່ອຄຳຮ້ອງທຸກໄດ້ຖືກຍອມຮັບຫຼືປະຕິເສດໂດຍຜູ້ດູແລລະບົບຫຼືປະເທດປາຍທາງ. ແຕ່ຖ້າຢາກຈະເຮັດແນວນັ້ນ, ຜູ້ຮ້ອງທຸກຈະຕ້ອງຖອນຄຳຮ້ອງທຸກກ່ອນແລະແລ້ວໃຫ້ຍື່ນຄຳຮ້ອງໃໝ່ອີກເທື່ອຫນື່ງໂດຍທີ່ມີຂໍ້ມູນເພີ່ມເຕີມ.
 
5.5. ຄຳຮ້ອງທຸກສາມາດຖອນຄືນໄດ້ຫລືບໍ່ ເມື່ອຜູ້ຮ້ອງທຸກໄດ້ຍື່ນຄຳຮ້ອງທຸກໄປແລ້ວ? ຖ້າເປັນດັ່ງນັ້ນ, ຈະມີຂັ້ນຕອນໃດແດ່ທີ່ຈະຕ້ອງໄດ້ປະຕິບັດຕາມ?
ແມ່ນແລ້ວ ສາມາດຖອນຄືນໄດ້. ພຽງແຕ່ຜູ້ຮ້ອງທຸກເທົ່ານັ້ນທີ່ສາມາດຖອນຄືນຄຳຮ້ອງທຸກໄດ້ທຸກເວລາໃນລະຫວ່າງການດຳເນີນຄະດີ. ເພື່ອທີ່ຈະເຮັດໄດ້ແນວນັ້ນ, ຜູ້ຮ້ອງທຸກຈະຕ້ອງເຂົ້າໄປໃນລະບົບ dashboard ຂອງ ASSIST, ເປີດຄຳຮ້ອງທຸກແລະຄລິກທີ່ປຸ່ມ 'ຖອນການຮ້ອງທຸກ'. ຜູ້ປະຕິບັດງານຫຼັກທີ່ກ່ຽວຂ້ອງທັງໝົດພາຍໃຕ້ ASSIST ຈະໄດ້ຮັບການແຈ້ງເຕືອນໂດຍອັດຕະໂນມັດ.ກ່ຽວກັບການຖອນການຮ້ອງທຸກໂດຍລະບົບ ASSIST.

5.6 ວິສາຫະກິດອາຊຽນສາມາດຕິດຕໍ່ໂດຍກົງກັບຈຸດເຊື່ອມຕໍ່ປາຍທາງຫລືກັບເຈົ້າໜ້າທີ່ທີ່ຮັບຜິດຊອບຫລືບໍ່?
ບໍ່ ບໍ່ໄດ້. ບໍ່ມີການສື່ສານໂດຍກົງໃດໆໃນທຸກຂັ້ນຕອນໃນຂັ້ນຕອນດຳເນີນການ.


5.7 ຈຸດຕິດຕໍ່ປາຍທາງສາມາດຮ້ອງຂໍການຕໍ່ເວລາສູງສຸດ 20 ວັນນັ້ນ ໄດ້ສູງສຸດທັງຫມົດຈັກເທືອເທົ່າໃດ?
ມີພຽງແຕ່ເທືອດຽວເທົ່ານັ້ນໂດຍທີ່ຈະຕ້ອງໃຊ້ກົນໄກແບບອອນໄລນ໌ເທົ່ານັ້ນ
 
5.8 ຜູ້ຮ້ອງທຸກຈະຄວນເຮັດແນວໃດຖ້າລາວບໍ່ໄດ້ຮັບຄຳຕອບຈາກ ASSIST ພາຍໃນ 30 ຫາ 50 ວັນລັດຖະການ(ເຊັ່ນວ່າ 6-10 ອາທິດຕາມປະຕິທິນ) ຈາກວັນທີ່ຈຸດຕິດຕໍ່ປາຍທາງໄດ້ຮັບເອົາຄໍາຮ້ອງທຸກໄປແລ້ວ?ໃນກໍລະນີນີ້, ຜູ້ຮ້ອງຮຽນອາດຈະຕິດຕໍ່ຫາຜູ້ດູແລລະບົບຂອງ ASSIST ຜ່ານທາງອີເມລ (ໃຫ້ເບິ່ງທີ່ເວັບໄຊທ໌ ASSIST ສຳລັບລາຍລະອຽດໃນການຕິດຕໍ່ກັບຈຸດຕິດຕໍ່ຂອງກອງເລຂາອາຊຽນໃນລະບົບ ASSIST) ເພື່ອສອບຖາມກ່ຽວກັບສະຖາ ນະການຂອງການດຳເນີນການຮ້ອງທຸກ, ຫຼືຕິດຕໍ່ພົວພັນກັບຈຸດຕິດຕໍ່ຢູ່ປະເທດຂອງຕົນ ເພື່ອຕິດຕາມໃນນາມຂອງຕົນເອງກັບຈຸດຕິດຕໍ່ປາຍທາງ ເພືອຢາກຮູ້ວ່າວ່າ ເປັນຫຍັງຈຶ່ງມີຄວາມລ່າຊ້າ.


6. ການໃຫ້ວິທີແກ້ໄຂ

6.1 ຜູ້ຮ້ອງທຸກສາມາດເຮັດຫຍັງໄດ້ຖ້າລາວບໍ່ໄດ້ຮັບການແກ້ໄຂຕໍ່ຄຳຮ້ອງທຸກຂອງລາວ?
ໃນກໍລະນີນີ້, ຜູ້ຮ້ອງຮຽນອາດຈະຕິດຕໍ່ຫາຜູ້ດູແລລະບົບຂອງ ASSIST ຜ່ານທາງອີເມລເພື່ອສອບຖາມກ່ຽວກັບສະຖານະຂອງການດຳເນີນການ ແລະຕິດຕໍ່ຫາຈຸດຕິດຕໍ່ພົວພັນໃນປະເທດຂອງຕົນເພື່ອອຳນວຍຄວາມສະດວກໃຫ້ແກ່ຂັ້ນຕອນດຳ ເນີນການ ຜູ້ຮ້ອງທຸກສາມາດຊອກຫາທາງເລືອກອື່ນລວມທັງກົນໄກການແກ້ໄຂຂໍ້ຂັດແຍ່ງ (ຕົວຢ່າງ, ຂັ້ນຕອນຂອງກົນໄກການແກ້ໄຂຂໍ້ຂັດແຍ້ງດ້ານອາຊຽນ, ໂດຍຜ່ານລັດຖະບານປະເທດຂອງຕົນ, ຫຼືການດຳເນີນຄະດີແຫ່ງຊາດໃນປະເທດປາຍທາງ, ຫລືການໄກ່ເກ່ຍ, ຫຼືຂັ້ນຕອນດຳເນີນການຂອງກົນໄກການແກ້ໄຂຂໍ້ຂັດແຍ້ງຂອງ WTO, ໂດຍຜ່ານຂັ້ນຕອນດຳເນີນການຂອງລັດຖະບານໃນປະເທດຂອງຕົນເອງທີ່ເປັນສະມາຊິກຂອງ WTO ຕໍ່ປະເທດປາຍທາງ).

6.2 ຜູ້ຮ້ອງທຸກສາມາດເຮັດຫຍັງໄດ້ຖ້າຫາກວ່າລາວບໍ່ພໍໃຈກັບການແກ້ໄຂຕໍ່ຄຳຮ້ອງທຸກຂອງລາວ?
ໃນກໍລະນີນີ້, ຜູ້ຮ້ອງທຸກອາດຈະພິຈາລະນາການຍື່ນຄຳຮ້ອງທຸກໃໝ່ອີກເທື່ອຫນື່ງພາຍໃຕ້ ASSIST ດ້ວຍຂໍ້ມູນຄວາມຈິງທຸກຢ່າງທີ່ໃໝ່ຫຼືເປັນຂໍ້ມູນເພີ່ມເຕີມ, ຫຼືຊອກຫາທາງເລືອກອື່ນ, ລວມທັງການກ່າວເຖິງກົນໄກການແກ້ໄຂຂໍ້ຂັດແຍ່ງດັ່ງທີ່ໄດ້ກ່າວໄວ້ໃນຂໍ້ 6.1 ຕາມຂ້າງເທິງນັ້ນ.

6.3. ຜູ້ຮ້ອງທຸກສາມາດອຸທອນຕໍ່ການດຳເນີນຄະດີທີ່ບໍ່ໄດ້ແກ້ໄຂບັນຫາຫລືວິທີການທີ່ບໍ່ເພິ່ງພໍໃຈນັ້ນ ໄດ້ຫລືບໍ?
ບໍ່ ບໍ່ໄດ້. ASSIST ແມ່ນກົນໄກ“ທີ່ບໍ່ຜູກມັດ” ແລະເປັນຄວາມສະໝັກໃຈ. ມັນບໍ່ແມ່ນສ່ວນໜຶ່ງຂອງການດຳເນີນຄະດີທາງກົດໝາຍທີ່ຜູ້ຮ້ອງທຸກຈະສາມາດໄປອຸທອນຄຳຕັດສິນຂອງລັດຖະບານ. 

6.4. ຜູ້ຮ້ອງທຸກສາມາດຍື່ນຄຳຮ້ອງທຸກແບບດຽວກັນອີກເທື່ອຫນື່ງໄດ້ຫລືບໍ່ ຖ້າຫາກບໍ່ໄດ້ຮັບຄຳຕອບຫລືໄດ້ຮັບການແກ້ໄຂທີ່ບໍ່ໄດ້ຮັບການພິຈາລະນາທີ່ໜ້າພໍໃຈ?ແມ່ນແລ້ວ, ໂດຍທາງເທັກນິກແລ້ວມັນກໍ່ສາມາດເຮັດໄດ້, ແຕ່ມັນອາດຈະບໍ່ມີຜົນດີແລະຈະເປັນການເສຍເວລາແລະຊັບພະ ຍາກອນລ້າໆ. ເຖິງຢ່າງໃດກໍ່ຕາມ, ຖ້າຜູ້ຮ້ອງຮຽນຫາກຕັດສິນໃຈທີ່ຈະເຮັດແນວນັ້ນ, ຂໍແນະນຳໃຫ້ພິຈາລະນາປັບປຸງແກ້ໄຂຄຳຮ້ອງທຸກ, ດ້ວຍການໃຫ້ຫຼັກຖານຄວາມເປັນຈິງເພີ່ມເຕີມຫຼືຂໍ້ໂຕ້ແຍ້ງທາງກົດໝາຍເພື່ອພິຈາລະນາໂດຍປະເທດປາຍທາງ.